ຍູ້​ແຮງ​ການ​ປ້ອງ​ກັ​ນ ແລະ ຕ້ານ​ການ​ສໍ້​ລາດ​ບັງຫຼວງ ໃນ​ວິ​ສາ​ຫະ​ກິດ, ອົງ​ການ​ຈັດ​ຕັ້ງ​ນອກ​ລັດ

(VOVWORLD) -ຕອນເຊົ້າວັນທີ 12 ທັນວາ, ຢູ່ ຮ່າໂນ້ຍອົງການກວດກາລັດຖະບານໄດ້ ສົມທົບກັບ ໂຄງການພັດທະນາ ຂອງ ສປຊ ປະຈຳ ຫວຽດນາມ ຈັດຕັ້ງ ເວທີປາໄສ ວິສາຫາກິດ ມຸ່ງໄປເຖິງການປະຕິບັດກົດໝາຍ ວ່າດ້ວຍການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ ໃນວິສາຫະກິດ, ອົງການຈັດຕັ້ງນອກລັດ.
ຍູ້​ແຮງ​ການ​ປ້ອງ​ກັ​ນ ແລະ ຕ້ານ​ການ​ສໍ້​ລາດ​ບັງຫຼວງ ໃນ​ວິ​ສາ​ຫະ​ກິດ, ອົງ​ການ​ຈັດ​ຕັ້ງ​ນອກ​ລັດ - ảnh 1 ເວທີປາໄສ ວິສາຫາກິດ ມຸ່ງໄປເຖິງການປະຕິບັດກົດໝາຍ ວ່າດ້ວຍການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ ໃນວິສາຫະກິດ, ອົງການຈັດຕັ້ງນອກລັດ(ພາບ: Baophapluat.vn)

ກ່າວຄຳເຫັນນະທີ່ນີ້, ທ່ານຮອງປະທານອົງການກວດກາ ລັດຖະບານ ເຈິ່ນງອກລຽນ ເນັ້ນໜັກວ່າ: ຫຼາຍປີຜ່ານມາ, ພັກ ແລະ ລັດຍາມໃດກໍ່ເອົາໃຈໃສ່ເປັນພິເສດເຖິງວຽກງານປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງດ້ວຍການປະກາດໃຊ້ບັນດາມະຕິຂອງ ສູນກາງພັກ, ກົດໝາຍວ່າດ້ວຍການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ, ຍຸດທະສາດ ແຫ່ງຊາດ ແລະ ລັດຖະນະໂຍບາຍສະບັບຕ່າງໆ.

ທີ່ເວທີປາໄສບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບການປະຕິບັດກົດໝາຍວ່າດ້ວຍການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ ໃນວິສາຫະກິດ ແລະ ອົງການຈັດຕັ້ງນອກລັດ ໃນໄລຍະທີ່ຜ່ານມາ, ສະພາບການຕົວຈິງ ໃນການປະຕິບັດບັນດາຂໍ້ກຳນົດໃນປັດຈຸບັນຂອງ ກົດໝາຍທັງຢູ່ພາຍໃນ ປະເທດ ແລະ ສາກົນ ກ່ຽວກັບການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງໃນວິສາຫະກິດ ແລະ ອົງການຈັດຕັ້ງນອກລັດ...

ຕອບກັບ

ຂ່າວ/ບົດ​ອື່ນ