ຍູ້ແຮງການປ້ອງກັນ,ຕ້ານຢາເສບຕິດແລະໜູນຊ່ວຍຜູ້ບຳບັດຢາເສບຕິດເຊື່ອມຕົວເຂົ້າກັບວົງຄະນະຍາດ

ຍູ້ແຮງການປ້ອງກັນ,ຕ້ານຢາເສບຕິດແລະໜູນຊ່ວຍຜູ້ບຳບັດຢາເສບຕິດເຊື່ອມຕົວເຂົ້າກັບວົງຄະນະຍາດ - ảnh 1
ການໂຄສະນາວິທີປ້ອງກັນ, ຕ້ານຢາເສບຕິດຢູ່ທ້ອງຖີ່ນ
(ພາບປະກອບ)

(vovworld) – ​ຕອນ​ເຊົ້າ​ວັນ​ທີ 24/6, ຢູ່​ຮ່າ​ໂນ້ຍ, ກົມປ້ອງ​ກັນ, ຕ້ານ​ໄພ​ສັງຄົມ (ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຫວຽດນາມ) ​ໄດ້​ຈັດ​ຕັ້ງ​ງານ​ໂຮມ​ຊຸມນຸມ​ຕອບ​ສະໜອງ​ວັນ​ປ້ອງ​ກັນ,ຕ້ານ​​ຢາ​ເສບ​ຕິດ​ໂລກ (26/6) ດ້ວຍ​ຫົວ​ຂໍ້​ວ່າ “ຍູ້​ແຮງ​ການ​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ ​ແລະ ໜູນ​ຊ່ວຍ​ຜູ້​ບຳບັດ​ຢາ​ເສບ​ຕິດ​ໃຫ້​​ເຊື່ອມ​ຕົວ​ເຂົ້າ​ກັບ​ວົງ​ຄະນະ​ຍາດ”. ທີ່​ພິທີ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຫງວຽນ​ຈ້ອງ​ດາມ ຊີ້​ແຈ້ງ​ວ່າ: ວຽກ​ງານ​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ​ແມ່ນ​ໜ້າ​ທີ່​ສັບສົນ ​ແລະ​ ຍາວ​ນານ. ທ່າ​ນຮອງ​ລັດຖະມົນຕີ ຫງວຽນ​ຈ້ອງ​ດາມ, ​ໃຫ້​ຮູ້​ວ່າ:

    “​ເນື່ອງ​ໃນ​ໂອກາດ​ເດືອນ​ເຄື່ອນ​ໄຫວ​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ, ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ທຸກ​ຂັ້ນ, ພະນັກງານ, ປະຊາຊົນ, ນັກຮຽນ, ນັກ​ສຶກສາທຸກ​ຄົນ​ປະຕິ​ເສດ​ຢາ​ເສບ​ຕິດ, ບໍ່​ທົດ​ລອງ​ໃຊ້​ຢາ​ເສບ​ຕິດ.​​..​ ​ໂຄ​ສະນາ​ໃຫ້​ສະມາຊິກ​ໃນ​ຄ​ອບຄົວ, ​ເພື່ອ​ນມິດ, ​ເພື່ອນ​ຮ່ວມ​ງານ ​ແລະ ປະຊາຊົນ​ທຸກ​ຊັ້ນ​ວັນນະ​ຢູ່ບ່ອນ​ອາ​ໄສ​ກ່ຽວ​ກັບ​ຜົນ​ຮ້າຍ​ຂອງ​ຢາ​ເສດ​ຕິດ ​ແລະ ວິທີ​ປ້ອງ​ກັນ, ຕັດສິນ​ໃຈ​ສ້າງ​ຕາ​​ແສງ, ​ເທດສະບານ​ເມືອງ, ອົງການ, ຫົວໜ່ວຍ, ​ໂຮງຮຽນ​ຂອງ​ຕົນ​​ໃຫ້ປອດ​ໃສ, ບໍ່​ມີ​ຢາ​ເສບ​ຕິດ, ບໍ່​ມີ​ຜູ້​ເສບ​ຢາ​ເສບ​ຕິດ”


ຂ່າວ/ບົດ​ອື່ນ