ຍູ້ແຮງການປ່ອຍເງິນລົງທຶນພາກລັດປີ 2021

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມີງຈິງ ຫາກໍ່ເຊັນຂໍ້ຕົກລົງສ້າງຕັ້ງຫນ່ວຍງານ ກວດກາ, ເລັ່ງລັດ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ຍູ້ແຮງການປ່ອຍເງິນລົງທຶນພາກລັດປີ 2021 ຢູ່ ບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນ ຈຳນວນຫນຶ່ງ. 
 ຍູ້ແຮງການປ່ອຍເງິນລົງທຶນພາກລັດປີ 2021 - ảnh 1ພາບປະກອບ

ຫນ່ວຍງານນີ້ ມີຫນ້າທີ່ ຈັດຕັ້ງການກວດກາ, ລວບລວມຄວາມຫຍຸ້ງຍາກ,ຂໍ້ຕິດຂັດ, ວິເຄາະສາຍເຫດຂອງຄວາມຫຍຸ້ງຍາກ, ຂໍ້ຕິດຂັດ ໃນວິວັດການຜັນຂະຫຍາຍປະຕິບັດໂຄງການລົງທຶນພາກລັດ, ເປັນຕົ້ນແມ່ນໂຄງການນຳໃຊ້ທຶນ ODA ແລະ ກູ້ຢືມທຶນບຸລິມະສິດ ຂອງບັນດານັກອຸປະຖຳຕ່າງປະເທດ ຢູ່ ບາງກະຊວງ, ອົງການສູນກາງ ແລະ ທ້ອງຖິ່ນ; ສະເຫນີບັນດາມາດຕະການແກ້ໄຂເພື່ອແນໃສ່ປະຕິບັດການປ່ອຍເງິນລົງທຶນພາກລັດ, ຍົກສູງປະສິດທິຜົນການນຳໃຊ້ທຶນຮອນ. ອະທິບາຍ, ແນະນຳການປະຕິບັດຂໍ້ກຳນົດຂອງກົດໝາຍກ່ຽວກັບການລົງທຶນພາກລັດ ແລະ ບັນດາຂໍ້ກຳນົດທີ່ກ່ຽວຂ້ອງໃຫ້ມີຄວາມເປັນເອກະພາບ ເພື່ອແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ,ຊຸກຍູ້ຄວາມຄືບຫນ້າໃນການປະຕິບັດ ແລະ ປ່ອຍເງິນໃຫ້ບັນດາໂຄງການລົງທຶນພາກລັດ.

ຕອບກັບ

ຂ່າວ/ບົດ​ອື່ນ