ຍູ້​ແຮງ​ການ​ຜັນ​ຂະ​ຫຍາຍ​ບັນ​ດາການບ​ໍ​ລິ​ການ​ສາ​ທາ​ລະ​ນະ​ທາງ​ອອນ​ລາຍ

(VOVWORLD) - ຕອນເຊົ້າວັນທີ 29 ກໍລະກົດ, ຢູ່ສຳນັກງານ ລັດຖະບານ ໄດ້ດຳເນີນກອງປະຊຸມກັບ ບັນດາກະຊວງ, ຂະແໜງການ, ຫົວໜ່ວຍທີ່ກ່ຽວຂ້ອງເຖິງການສ້າງຕັ້ງ ການບໍລິການສາທາລະນະທາງອອນລາຍເພື່ອແນໃສ່ກະກຽມໃຫ້ແກ່ການປະກາດພິທີເປີດນຳໃຊ້ລະບົບສູນຂໍ້ມູນຂ່າວສານຊີ້ນຳ, ບໍລິຫານຂອງລັດຖະບານ ແລະ ບໍລິການສາທາລະນະທາງອອນລາຍທີ 1000 ໂດຍ ການສະໜອງຢູ່ປະຕູຖານການບໍລິການສາທາລະນະແຫ່ງຊາດ.

ຍູ້​ແຮງ​ການ​ຜັນ​ຂະ​ຫຍາຍ​ບັນ​ດາການບ​ໍ​ລິ​ການ​ສາ​ທາ​ລະ​ນະ​ທາງ​ອອນ​ລາຍ - ảnh 1ທ່ານ ມາຍຕ໊ຽນຢຸງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານເປັນປະທານການເຮັດວຽກ

(ພາບ: VGP) 

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານ ມາຍຕ໊ຽນຢຸງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ໄດ້ຊີ້ແຈ້ງວ່າ, ແທນທີ່ເລື່ອງບັນດາກະຊວງ, ຂະແໜງການທ້ອງຖິ່ນລາຍງານເປັນເດືອນ, ໄຕມາດ, 6 ເດືອນ ແລະ ເປັນປີ ຕ້ອງສົ່ງສຳເນົາເອກະສານເປັນເຈ້ຍ ແລະ ອັບເດດຕາມເວລາ, ເມື່ອມີລະບົບສູນຂໍ້ມູນຂ່າວສານຊີ້ນຳ, ບໍລິຫານຂອງລັດຖະບານຈະເປັນເຈົ້າການຫັນທຸກໆບັນຫາ ອັບເດດເປັນອັດຕະໂນມັດ. ທ່ານກ່າວວ່າ:

        ບັນດາຜະລິດຕະພັນນີ້ ຈະປ່ຽນແປງຈິນຕະນາການ ແລະ ປ່ຽນແປງວິທີການຄຸ້ມຄອງບໍລິຫານ, ພ້ອມທັງປ່ຽນແປງນັບທັງບັນດາການກະທຳຢ່າງລະອຽດທີ່ມີລັກສະນະແທດຈິງແມ່ນຮັບໃຊ້ປະຊາຊົນ, ວິສາຫະກິດ ຢ່າງຖືກຕ້ອງຕາມເນື້ອໃນຈິດໃຈຊີ້ນຳຂອງນາຍົກລັດຖະມົນຕີ. ຖ້າຫາກວ່າ ພວກເຮົາເຮັດເຊິ່ງບໍ່ມີຜູ້ນຳໃຊ້ ການລົງທຶນທັງໝົດຂອງພວກເຮົາຈະບໍ່ມີຄວາມໝາຍຫຍັງ. ສຳເນົາເອກະສານສົ່ງທາງອອນລາຍແຕ່ບໍ່ໄດ້ສົ່ງເອກະສານເປັນເຈ້ຍ. ຖ້າຫາກວ່າ ບັນດາກະຊວງ, ຂະແໜງການບໍ່ເຊື່ອມຕໍ່ໃສ່ກັນ ຫຼື ປະຕິເສດມີບັນດາວຽກງານເຫຼົ່ານັ້ນ ແນ່ນອນວ່າ ກະຊວງ, ຂະແໜງການເຫຼົ່ານັ້ນຈະບໍ່ບັນລຸໄດ້ຕາມຄວາມຮຽກຮ້ອງຕ້ອງການ.

ຕອບກັບ

ຂ່າວ/ບົດ​ອື່ນ