ຍູ້ແຮງການຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືເສດຖະກິດຫວຽດນາມ-ຍີ່ປຸ່ນ

ຍູ້ແຮງການຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືເສດຖະກິດຫວຽດນາມ-ຍີ່ປຸ່ນ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ
​ຕ້ອນຮັບ​ທ່ານ Ichiro Aisawa
(ພາບ: VGP/DinhNam)

(vovworld) – ຕອນ​ບ່າຍ​ວັນ​ທີ 15/12 ທີ່​ການ​ຕ້ອນຮັບ​ທ່ານຫົວໜ້າ​ກຳມາ​ທິການ​ນະ​ໂຍບາຍພື້ນຖານ​ແຫ່ງ​ຊາດ (ສະພາ​ຕ່ຳ ຍີ່ປຸ່ນ) Ichiro Aisawa. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ​ເນັ້ນ​ໜັກ​ວ່າ: ​ໃນ​ໄລຍະ​ຜ່ານ​ມາການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ ຫວຽດນາມ - ຍີ່ປຸ່ນ ສືບ​ຕໍ່​ພັດທະນາ​ຢ່າງ​ວ່ອງ​ໄວ, ກະ​ໂດດ​ຂັ້ນ​ໃນ​ທຸກ​ຂົງ​ເຂດຢ່າງເລິກ​ເຊິ່ງ ກ້ວາງ​ຂວາງ. ຍີ່ປຸ່ນ ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ແຖວ​ໜ້າ ​ແລະ ຍາວ​ນານ​ຂອງ ຫວຽດນາມ. ຫວຽດນາມ ຖື​ເປັນ​ສຳຄັນ​ທີ່​ສຸດ ​ແລະ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ຄວາມ​ໄວ​້ເນື້ອ​ເຊື່ອ​ໃຈດ້ານ​ການ​ເມືອງ, ​ເຮັດ​ໃຫ້ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ກັບ ຍີ່ປຸ່ນ​ໃຫ້​ເລິກ​ເຊິ່ງກ່ວາ​ອີກ​ຢ່າງ​ບໍ່​ຢຸດ​ຢັ້ງ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກດາມ ສະ​ເໜີຕໍ່​ທ່ານ Ichiro Aisawa ສືບ​ຕໍ່​ເອົາ​ໃຈ​ໃສ່ ​ແລະ ຕັ້ງໜ້າຂົນຂວາຍ ​ເພື່ອ​ໃຫ້ສະພາ​ແຫ່ງ​ຊາດ ຍີ່ປຸ່ນ ສືບ​ຕໍ່​ຮັກສາ ODA ຢູ່​ໃນ​ລະດັບ​ສູງ ​ເພື່ອ​ຊ່ວຍ​ເຫຼືອ ຫວຽດນາມ ພັດທະນາ​ແບບ​ຍືນ​ຍົງ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກດາມ ​ເນັ້ນ​ໜັກ​ວ່າ: ການຍົກ​ສູງ​ຄຸນ​ນະພາ​ບດ້ານ​ສາທາລະນະ​ສຸກ​ແມ່ນ​ບັນຫາ​ທີ່ ຫວຽດນາມ ​ສົນ​ໃຈ; ພ້ອມທັງ ​ປາດ​ຖະໜາ​ວ່າ: ໃນ​ໄລຍະ​ຈະ​ມາ​ເຖິງ​ຈະນັບ​ມື້​ນັບ​ມີພະຍາບານຫລາຍ​ຄົນຂອງ ຫວຽດນາມ ​ໄປ​ຍັງ ຍີ່ປຸ່ນ ​ເພື່ອ​ບຳລຸງ​ສ້າງ ​ແລະ ​ເຮັດ​ວຽກ​​ໃນ​ຂອບ​ເຂດ​ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ ຫວຽດນາມ - ຍີ່ປຸ່ນ (EPA). ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ກໍ​ຢືນຢັນ​ວ່າ: ລັດຖະບານ ຫວຽດນາມ ຈະ​ສືບ​ຕໍ່​ມານະ​ພະຍາຍາມ​ສ້າງ​ສະພາບ​ແວດ​ລ້ອມ​ທີ່ສະດວກ​ ​ເພື່ອ​ໃຫ້​ບັນດາ​ບໍລິສັດ ຍີ່ປຸ່ນ ມາ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ຢູ່ ຫວຽດນາມ ກ່ວາ​ອີກ.

ຂ່າວ/ບົດ​ອື່ນ