ຍູ້ແຮງການຜັນຂະຫຍາຍວຽກງານການທູດເສດຖະກິດ ຮັບໃຊ້ການພັດທະນາເສດຖະກິດ, ສັງຄົມ

(VOVWORLD) - ທ່ານນາຍົກລັດຖະມົນຕີໄດ້ຕັກເຕືອນວ່າ ບັນດາຜູ້ແທນສະເໜີມາດຕະການລະອຽດ, ເປັນໄປໄດ້ຕໍ່ສະພາບການຕົວຈິງ ແລະ ຄວາມຮຽກຮ້ອງພັດທະນາຂອງ ຫວຽດນາມ ໃນຈຸດເວລານີ້.
ຍູ້ແຮງການຜັນຂະຫຍາຍວຽກງານການທູດເສດຖະກິດ ຮັບໃຊ້ການພັດທະນາເສດຖະກິດ, ສັງຄົມ - ảnh 1(ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ກ່າວຄຳເຫັນທີ່ກອງປະຊຸມ)

        ຕອນບ່າຍວັນທີ 03 ກໍລະກົດ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເປັນປະທານກອງປະຊຸມ ຍູ້ແຮງການຜັນຂະຫຍາຍວຽກງານການທູດເສດຖະກິດ ຮັບໃຊ້ການພັດທະນາເສດຖະກິດ - ສັງຄົມ ໃນ 6 ເດືອນທ້າຍປີ 2023. ກອງປະຊຸມໄດ້ເຊື່ອມຕໍ່ກັບ 94 ສະຖານທີ່ໃນທົ່ວໂລກ.

        ທ່ານນາຍົກລັດຖະມົນຕີ ສະເໜີບັນດາຜູ້ແທນສຸມໃສ່ເສີມຂະຫຍາຍພູມປັນຍາ, ປຶກສາຫາລື, ຕີລາຄາ ແລະ ສະເໜີແນະບັນດາມາດຕະການແກ້ໄຂ, ໜ້າທີ່ລະອຽດ, ແທດຈິງ, ສຸມໃສ່ການຕີລາຄາໝາກຜົນການຜັນຂະຫຍາຍຄຳສັ່ງເລກທີ 15 ຂອງຄະນະເລຂາສູນກາງພັກ ແລະ ໂຄງການກະທຳຂອງລັດຖະບານ ກ່ຽວກັບການທູດເສດຖະກິດໃນໄລຍະຜ່ານມາ. ທ່ານນາຍົກລັດຖະມົນຕີໄດ້ຕັກເຕືອນວ່າ ບັນດາຜູ້ແທນສະເໜີມາດຕະການລະອຽດ, ເປັນໄປໄດ້ຕໍ່ສະພາບການຕົວຈິງ ແລະ ຄວາມຮຽກຮ້ອງພັດທະນາຂອງ ຫວຽດນາມ ໃນຈຸດເວລານີ້. ໃນນັ້ນ, ບັນຫາຍູ້ແຮງການສົ່ງອອກ ຕ້ອງສືບຕໍ່ຫັນຕະຫຼາດ, ຜະລິດຕະພັນ, ລະບົບສະໜອງເປັນຫຼາຍຮູບຫຼາຍແບບ; ຍົກສູງຄວາມສາມາດລະດົມການຮ່ວມມືກັບສາກົນ ໃນການສຳຜັດແຫຼ່ງການເງິນໃໝ່, ການເງິນສີຂຽວ, ການເງິນໃຫ້ແກ່ການພັດທະນາ, ທຶນ ODA ລຸ້ນໃໝ່, ທຶນກູ້ຢືມໃຫ້ບຸລິມະສິດ.

ຕອບກັບ

ຂ່າວ/ບົດ​ອື່ນ