ຍູ້ແຮງການພັດທະນາ ເສດຖະກິດ - ສັງຄົມ ເຂດທົ່ງພຽງແມ່ນ້ຳຂອງພາກໃຕ້ຫວຽດນາມ

ຍູ້ແຮງການພັດທະນາ ເສດຖະກິດ - ສັງຄົມ ເຂດທົ່ງພຽງແມ່ນ້ຳຂອງພາກໃຕ້ຫວຽດນາມ - ảnh 1
ແຜນທີ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ

(vovworld) - ວັນ​ທີ 3/1, ຄະນະ​ປະຈຳ​ຄະນະ​ຊີ້ນ​ຳ​ເຂດ​ຕາ​ເວັນ​ຕົກ​ພາກ​​ໃຕ້ ​ໄດ້​ຈັດ​ຕັ້ງ​ການປະຊຸມ​ຂ່າວ​ປະກາດ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ສະພາບ​ເສດຖະກິດ - ສັງຄົ​ມ ປີ 2012, ບັນດາ​ຈຸດໝາຍ, ມາດ​ຕະການ​ສຳຄັນ​ພັດທະນາ​, ​ເສດຖະກິດ - ສັງຄົ​ມຢ່າງ​ວ່ອງ​ໄວ ​ແລະ ໝັ້ນຄົງ, ຮັກສາ​ຄວາມ​ໝັ້ນຄົງ​ດ້ານ​ການ​ເມືອງ​ເຂດທົ່ງພຽງ​ແມ່​ນ້ຳຂອງ​ທາງ​ພາກ​ໃຕ້​ຫວຽດນາມ ປີ 2013. ຕາມ​ນັ້ນ​ແລ້ວ, ​ໃນ​ປີ 2013, ທົ່ວ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທາງ​ພາກ​ໃຕ້​ຫວຽດນາມ ສູ້ຊົນ​ບັນລຸ​ລະດັບ​ເຕີບ​ໂຕ​ເສດຖະກິດ (ຫຼື GDP) ​ແຕ່ 10 – 11%, ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ກ່ວາ 36 ລ້າ​ນດົ່ງ, ຍອດ​ວົງ​ເງິນ​ສົ່ງ​ອອກ​ກ່ວາ 11 ຕື້ USD, ​ແກ້​ໄຂວຽກ​ເຮັດ​ງານ​ທຳ​ໃຫ້​ແກ່ຄົນ​ງານ​ປະມານ 400.000 ຄົນ… ​ເພື່ອ​ບັນລຸ​ໄດ້​ບັນດາ​ຈຸດໝາຍ​ດັ່ງກ່າວ, ຄະນະ​ຊີ້ນ​ຳເຂດ​ຕາ​ເວັນ​ຕົກ​ພາກ​​ໃຕ້ ​ໄດ້​ສຸມ​ໃສ່​ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ ​ໄດ້ກຳນົດຢ່າງ​ຖືກຕ​້ອງກັບ​ທ່າ​ແຮງ, ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ແຕ່ລະ​ທ້ອງ​ຖິ່ນ ​ເພື່ອ​ລົງທຶນ ​ແລະ ສ້າງ​ນະ​ໂຍບາຍ​ດຶງ​ດູດ​ການ​ລົງທຶນ​ເຂົ້າ​ບັນ​ດາ​ຂົງ​ເຂດຈຸດ​ສຸມ. ​ໄປ​ຄຽງ​ຄູ່​ກັນ​ນັ້ນ, ປະຕິບັດ​ແຜນ​ຮ່າງ​ຮ່ວມ​ສຳພັນລະຫວ່າງ​ເຂດ, ​ສົ່ງ​ເສີມ​ຜັນ​ຂະຫຍາຍ​ທະວີ​ຄຸນ​ບັນດາ​ຮູບ​ແບບ​ຜະລິດ​ກະສິກຳ​ຕາມ​ທິດ​ຮ່ວມ​ສຳພັນ​ຢ່າງ​ແໜ້ນ​ແຟ້ນ, ໝັ້ນຄົງ, ສ້າງ​​ມູນ​ຄ່າ​ເພີ່ມ​ສູງ ​ເພື່ອ​ແນ​ໃສ່​ສ້າງ​ການ​ຫັນປ່ຽນ​ຢ່າງ​ແຮງ​ໃນ​ການ​ຜະລິດ​ກະສິກຳ ຕິດ​ພັນ​ກັບ​ການ​ພັດທະນາ​ເສດຖະກິດ​​ເຂດ​ຊົນນະບົດ.

ຄະນະ​ຊີ້​ນຳເຂດ​ຕາ​ເວັນ​ຕົກ​ພາກ​​ໃຕ້  ກໍ່​ໄດ້​ວາງ​ອອກ​ບັນດາ​ມາດ​ຕະການ​ສຸມ​ໃສ່​ແກ້​ໄຂ​ວຽກ​ງານ​ລົບ​ລ້າງ​ຄວາມ​ອຶດຫິວ​ຫຼຸດຜ່ອນ​ຄວາມທຸກ​ຍາກ, ຮັບ​ປະກັນ​ຊີວິດ​ສັງຄົມ, ສະຫວັດດີ​ການ​ສັງຄົມ ຢ່າງ​ມີ​ປະສິດທິ​ຜົນ, ປະຕິບັດ​​ນະ​ໂຍບາຍ​ທີ່​ມີ​ຕໍ່​ບັນດາ​ເປົ້າ​ໝາຍ​ນະ​ໂຍບາຍ, ຊາວ​ຊົນ​ເຜົ່າ, ຜູ້​ເຊື່ອຖື​ສາສະ​ໜາ​ໃນ​ບໍລິ​ເວນ​ເປັນ​ຢ່າງ​ດີ.

 

ຂ່າວ/ບົດ​ອື່ນ