ຍູ້ແຮງການພັດທະນາດ້ານການທ່ອງທ່ຽວຫວຽດນາມ ໃນໄລຍະໃໝ່

ຍູ້ແຮງການພັດທະນາດ້ານການທ່ອງທ່ຽວຫວຽດນາມ ໃນໄລຍະໃໝ່ - ảnh 1
(ພາບປະກອບ)

(vovworld) – ຕອນ​ເຊົ້າ​ວັນ​ທີ 05/04, ​ໃນ​ຂອບ​ເຂດ​ງານ​ຕະຫຼາດນັດ​ທ່ອງ​ທ່ຽວ​ສາກົນ​ປີ 2015, ກົມ​ໃຫຍ່​ທ່ອງ​ທ່ຽວ ​ໄດ້​ຈັດ​ກອງ​ປະຊຸມ​ຜັນ​ຂະຫຍາຍ​ມະຕິ​​ເລກທີ 92 ຂອງ​ລັດຖະບານ ກ່ຽວ​ກັບ​ບາງ​ວິທີ​ການ​ຍູ້​ແຮ​ງການ​ພັດທະນາ​ດ້ານການທ່ອງທ່ຽວ ​ໃນ​ໄລຍະ​​ໃໝ່. ມະຕິ 92 ​ໄດ້​ຮັບ​ການປະກາດ​ໃຊ້​ໃນ​ສະ​ພາບ​ທີ່​ການທ່ອງທ່ຽວ​ຫວຽດນາມ ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍຫຼາຍ​ຢ່າງ; ສະພາບ​​ໂລກ​ມີ​ການ​ຜັນ​ແປ່​ໄປ​ຢາງ​ສັບສົນ, ວິ​ກິດ​ການ​ການ​ເງິນ ​​ແລ​ະ ​ເສດຖະກິດ​ໂລກ​ພວມ​ຊຸດ​​ໂຊມ… ມະຕິ​​ໄດ້​ວາງ​ອອກ​ບັນດາ​ມາດ​ຕະການ​ແກ້​ໄຂ​ຕົ້ນ​ຕໍ່ເພື່ອ​ແນ​ໃສ່​ຂຸດ​ຄົ້ນ, ​ເສີມ​ຂະຫຍາຍ​​ບັນດາ​ແຫຼ່ງກຳລັງ, ຊັບພະຍາກອນ​ທ່ອງ​ທ່ຽວ​ຂອງ​ປະ​ເທດ​ຊາດຢ່າງ​ມີ​ປະສິດທິ​ຜົນ, ສ້າງ​ບາດກ້າວ​ບຸກທະລຸ​ໃນ​ການພັດທະນາ​ການທ່ອງທ່ຽວ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ ຫງວຽນ​ວັນ​ຕ໋ວນ, ຫົວໜ້າ​ກົມ​ໃຫຍ່ທ່ອງ​ທ່ຽວ,​ ​ໃຫ້​ຮູ້​ວ່າ.

        “ພາຍ​ຫຼັງ 23 ປີ ພວກ​ເຮົາ​ຈຶ​່ງມີ​ມະຕິ​ຫົວ​ເລື່ອງ​ສະ​ເພາະ​ຂອງ​ລັດຖະບານ ທີ່ຍົກ​ອອກບັນ​ດາ​ມາດ​ຕະການ​ແກ້​ໄຂ ​ເພື່ອ​ຍູ້​ແຮງການ​ພັດທະນາ​ການທ່ອງທ່ຽວ ຫວຽດນາມ ​ໃນ​ໄລ​ຍະ​​ໃໝ່. ນີ​ແມ່ນ​ເອກະສານ​ທີ່ມີ​ຄວາມ​ໝາຍ​ສຳຄັນ​ພິ​ເສດ ​ຖ້າ​ຫາກ​ໄດ້​ຮັບ​ການຈັດ​ຕັ້ງ​ປະຕິ​ບັດ​ສຳ​ເລັດຜົນ, ​ມັນຈະ​ສ້າງ​ການ​ພັດທະນາ​​ກະ​ໂດດ​ຂັ້ນ​ໄດ້ຢ່າງ​ແນ່ນອນ ​ເພື່ອ​ແນ​ໃສ່​ຟື້ນ​ຟູ​ບັນດາ​ຂໍ້​ຈຳ​ກັດ, ຄວາມອ່ອນ​ດ້ອຍ, ຍົດ​ສູງ​ກຳລັງ​ແກ່ງ​ແຍ້ງຂອງ​ຂະ​ແໜງທ່ອງ​ທ່ຽວ​ຫວຽດນາມ​ໃນ​ໄລຍະ​ໃໝ່.”

ຂ່າວ/ບົດ​ອື່ນ