ຍູ້​ແຮງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ຕິດ​ພັນ​ກັບ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ​ໃນ​ບໍ​ລິ​ເວ​ນ​ເຂດ ເຕີຍງວຽນ

(VOVWORLD) -  ຕອນເຊົ້າວັນທີ 29 ກຸມພາ, ຢູ່ນະຄອນ Pleiku, ແຂວງ ຢາລາຍ, ລັດຖະບານ ໄດ້ຈັດກອງປະຊຸມພັດທະນາເສດຖະກິດ - ສັງຄົມ ຕິດພັນກັບການປ້ອງກັນຊາດປ້ອງກັນຄວາມສະຫງົບໃນບໍລິເວນເຂດ ເຕີຍງວຽນ.
ຍູ້​ແຮງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ຕິດ​ພັນ​ກັບ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ​ໃນ​ບໍ​ລິ​ເວ​ນ​ເຂດ ເຕີຍງວຽນ - ảnh 1ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ  ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ໃນຊຸມປີຜ່ານມາ, ເສດຖະກິດ - ສັງຄົມເຂດ ເຕີຍງວຽນ ໄດ້ມີບາດກ້າວພັດທະນາຢ່າງຕັ້ງໜ້າ; ວັດທະນະທຳບັນດາເຜົ່າກໍໄດ້ຮັບການອະນຸລັກຮັກສາ, ສືບທອດ ແລະ ເສີມຂະຫຍາຍ; ແນວຮົບປ້ອງກັນຊາດໃນທົ່ວປວງຊົນ, ແນວຮົບປ້ອງກັນຄວາມສະຫງົບໃນປະຊາຊົນ, ຈິດໃຈຮັກຊາດ, ຄວາມສາມັກຄີໃນປະຊາຊົນໄດ້ຮັບການປັບປຸງ; ການປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໄດ້ຮັບການຮັບປະກັນ. ເພື່ອພັດທະນາ ເຕີຍງວຽນ ແບບຍືນຍົງຖືກຕ້ອງຕາມເປົ້າໝາຍ, ຄຳຮຽກຮ້ອງຂອງມະຕິເລກທີ 23 ຂອງກົມການເມືອງ ໄດ້ວາງອອກ, ທ່ານນາຍົກລັດຖະມົນຕີ ໄດ້ຕົກລົງປະກາດໃຊ້ແຜນຮ່າງພັດທະນາເສດຖະກິດ - ສັງຄົມ ຕິດພັນກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງບໍລິເວນເຂດ ເຕີຍງວຽນ.

        ໂດຍເປັນປະທານຮ່ວມກອງປະຊຸມ, ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ສະເໜີໃຫ້ບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນ ແກ້ໄຂຄວາມຫຍຸ້ງຍາກ, ສ້າງໃຫ້ສົມບູນ, ຜັນຂະຫຍາຍບັນດາກົນໄກ, ນະໂຍບາຍພິເສດສະເພາະສຳລັບ ເຕີຍງວຽນ ຢ່າງມີປະສິດທິຜົນ; ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ, ສະຫວັດດີການສັງຄົມ, ສ້າງວຽກເຮັດງານທຳໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າເຂດ ເຕີຍງວຽນ; ຜັນຂະຫຍາຍບັນດາມາດຕະການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢ່າງຄົບຊຸດ ແລະ ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ