ຍູ້ແຮງການພົບປະແລກປ່ຽນນາຍທະຫານໜຸ່ມກອງທັບ ຫວຽດນາມ ແລະ ກຳປູເຈຍ

(VOVWORLD) - ຕອນບ່າຍວັນທີ 28 ກັນຍາ, ທີ່ຮ່າໂນ້ຍ, ຄະນະຊາວໜຸ່ມກອງທັບ (ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ - ກະຊວງປ້ອງກັນປະເທດ) ໄດ້ຈັດຕັ້ງການໂອ້ລົມສົນທະນາ, ແລກປ່ຽນລະຫວ່າງຄະນະຜູ້ແທນນາຍທະຫານໜຸ່ມກອງທັບປະຊາຊົນ ຫວຽດນາມ ແລະ ຄະນະຜູ້ແທນນາຍທະຫານໜຸ່ມກອງທັບແຫ່ງລາຊະອານາຈັກ ກຳປູເຈຍ.
ຍູ້ແຮງການພົບປະແລກປ່ຽນນາຍທະຫານໜຸ່ມກອງທັບ ຫວຽດນາມ ແລະ ກຳປູເຈຍ - ảnh 1 ຍູ້ແຮງການພົບປະແລກປ່ຽນນາຍທະຫານໜຸ່ມກອງທັບ ຫວຽດນາມ ແລະ ກຳປູເຈຍ (ພາບ: qdnd.vn)

ທີ່ການໂອ້ລົມສົນທະນາ, ພັນຕີ ເຈິ່ນວຽດນັງ ຮອງຫົວໜ້າຄະນະຊາວໜຸ່ມກອງທັບ, ຫົວໜ້າຄະນະຜູ້ແທນນາຍທະຫານໜຸ່ມກອງທັບປະຊາຊົນ ຫວຽດນາມ ແລະ ພັນເອກ Thoy Vanhan, ຫົວໜ້າພະແນກ 5, ກອງພົນນ້ອຍ 70, ຫົວໜ້າຄະນະຜູ້ແທນນາຍທະຫານໜຸ່ມກອງທັບແຫ່ງລາຊະອານາຈັກ ກຳປູເຈຍ ໄດ້ແນະນຳໂດຍສັງເຂບກ່ຽວກັບສະພາບການຖັນແຖວນາຍທະຫານໜຸ່ມຂອງກອງທັບແຕ່ລະປະເທດ.

       2 ຝ່າຍໄດ້ເຫັນດີເປັນເອກະພາບໃນໄລຍະຈະມາເຖິງ ຈະສືບຕໍ່ຍູ້ແຮງວຽກງານສຶກສາ, ໂຄສະນາໃຫ້ພະນັກງານ, ນັກຮົບ, ພະນັກງານສະມາຊິກຊາວໜຸ່ມ, ນາຍທະຫານໜຸ່ມ. 2 ຝ່າຍຈະຕັ້ງໜ້າເຂົ້າຮ່ວມການຊອກຫາ, ທ້ອນໂຮມ, ສົ່ງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ນັກຊ່ຽວຊານທະຫານອາສາສະໝັກ ຫວຽດນາມ ທີ່ເສຍສະຫຼະຊີວິດໃນຂະນະທີ່ປະຕິບັດໜ້າທີ່ສາກົນຢູ່ ກຳປູເຈຍ ກັບເມືອປະເທດ; ສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີປາໄສສາກົນ, ພາກພື້ນ ເພື່ອປະກອບສຽງເວົ້າລວມ, ນຳມາເຊິ່ງຜົນປະໂຫຍດໃຫ້ 2 ປະເທດ, 2 ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ