ຍູ້ແຮງການຮ່ວມມື ຢ່າງຮອບດ້ານລະຫວ່າງ ຫວຽດນາມ - ລາວ

ຍູ້ແຮງການຮ່ວມມື ຢ່າງຮອບດ້ານລະຫວ່າງ ຫວຽດນາມ - ລາວ - ảnh 1
ທ່ານ Luong Ngoc Binh, ກຳມະການສູນ​ກາງ​ພັກກ່າວປາໄສທີ່ພິທີ
( ພາບ: baoquangbinh.vn )

( vovworld ) -   ຄະນະ​ກຳມະການ​ປະຊາຊົນ​ແຂວງ​ກວາງ​ບິ່ງ ​ໄດ້ສົມທົບ​ກັບ 3 ​ແຂວງຄື; ຄຳ​ມວນ, ຈຳປາ​ສັກ ​ແລະ ​ແຂວງ​ສະຫວັນ​ນະ​ເຂດ​ຂອງ ສປປລາວ​ ​ໄດ້​ຈັດຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ​ແລະ 35 ປີແຫ່ງວັນ​ເຊັນ​ສົນ​ທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຫວຽດນາມ - ລາວ ຂຶ້ນໃນ​ຕອນ​ບ່າຍ​ວັນ​ທີ 17/6, ຢູ່​ນະຄອນ​ດົງ​ເຮື໋ຍ, ​ແຂວງ​ກວາງ​ບິ່ງ. ທ່ານ Luong Ngoc Binh, ກຳມະການສູນ​ກາງ​ພັກ, ​​ເລຂາ​ຄະນະ​ພັກ​ແຂວງ, ປະທານສະພາ​ປະຊາຊົນ​ແຂວງກວາງ​ບິ່ງ ຊີ້​ແຈ້ງ​ສາຍ​ພົວພັນ​ມິດຕະພາບ ການ​ຮ່ວມ​ມື​ຫວຽດນາມ - ລາວ ​ແມ່ນ​ປະກົດ​ການ​ດີງາມ​ຂອງສາຍ​ພົວພັນມິດຕະພາບ​ອັນ​ດີງາມ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຢ່າງຮອບດ້ານ​ລະຫວ່າງ​ຫວຽດນາມ - ລາວ. ນີ້​ກໍແມ່ນ​ໂອກາດ​ເພື່ອ​​ໃຫ້ສອງ​ປະ​ເທດ​ພ້ອມ​ກັນ​ຫວນ​ຄືນ​ມູນ​ເຊື້ອ​ຮ່ວມ​ສຳພັນ​ທະ​ມິດ​ສູ້​ຮົບ​ພິ​ເສດ, ການ​ສະໜັບສະໜູນ, ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ສອງ​ພັກ, ລັດຖະບານ ​ແລະ ປະຊາຊົນ​ສ​ອງປະ​ເທດ​ເວົ້າ​ລວມ ​ແລະ ລະຫວ່າງ​ແຂວງ​ກວາງ​ບິ່ງ ກັບ​ບັນດາ​ແຂວງ​ຂອງ ສປປລາວ ​ເວົ້າ​ສະ​ເພາະ. ທ່ານ Luong Ngoc Binh ​ໄດ້​ຢືນຢັນ​ວ່າ.

  “ນັບ​ແຕ່​​ເມື່ອລັດຖະບານ​ສອງ​ປະ​ເທ​ດເຫັນ​ດີ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ​ ການ​ຮ່ວມ​ມື​ໃນ​ວັນ​ທີ 18/7/1977, ສາຍ​ພົວພັນ​ສັດ​ຊື່​ບໍ່​ລິ​ສຸດ​ຜຸດ​ຜ່ອງ​ລະຫວ່າ​ງປະຊາຊົນ​ສອງ​ປະ​ເທດ ​ໄດ້​ຫຼໍ່​ຫຼອມ​ກາຍ​ເປັນ​ເຈດ​ຈຳນົງ, ຄວາມ​ຕັດສິນ​ໃຈ​ຂອງ​ພວກ​ເຮົາ, ສ້າງ​ເປັນ​ພື້ນຖານ​ທີ່​ເຂັ້ມ​ແຂງ​ບົນ​​ໄລຍະທາງ​ໃໝ່, ປະຊາຊົນ​ສອງ​ປະ​ເທດ​ເວົ້າ​ລວມ, ​ແຂວງ​ກວາງ​ບິ່ງ ກັບ​ບັນດາ​​ແຂວງຄຳ​ມວນ, ​ສະຫວັນ​ນະ​ເຂດ, ຈຳປາ​ສັກ ​ເວົ້າ​ສະ​ເພາະ ສືບ​ຕໍ່​ຮຽງ​ບ່າ​ຮຽງ​ໄຫຼ່​​ຊ່ວຍ​ເຫຼືອ​ກັນ ​ເພື່ອຍູ້​ແຮງ​ພາລະກິດສ້າງສາ​ພັດທະນາ​ຢູ່ແຕ່ລະ​ແຂ​ວງ”.

ຂ່າວ/ບົດ​ອື່ນ