ຍູ້ແຮງການຮ່ວມມື ຫວຽດນາມ - ສິງກະໂປ ໃນຂົງເຂດປະຕິຮູບຕຸລາການ

ຍູ້ແຮງການຮ່ວມມື ຫວຽດນາມ - ສິງກະໂປ ໃນຂົງເຂດປະຕິຮູບຕຸລາການ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ
​ຕ້ອນຮັບ​ທ່ານ Sundaresh Menon, ປະທານ​ສານ​​ສູງ​ສຸດ ສິງກະ​ໂປ

(vovworld) - ​ ວັນ​ທີ 17/02 ຢູ່​ສ​ຳນັກ​ງານປະທານ​ປະ​ເທດ, ທີ່​ການ​ຕ້ອນຮັບ​ທ່ານ Sundaresh Menon, ປະທານ​ສານ​​ສູງ​ສຸດ ສິງກະ​ໂປ ພວມ​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ສະ​ເໜີ​ຂະ​ແໜງ​ສານ 2 ປະ​ເທດ​ສືບ​ຕໍ່​ເປີດ​ກ້ວາງ​ການ​ຮ່ວມ​ມື, ຍູ້​ແຮງ​ວິວັດ​ການ​ປະຕິ​ຮູບ​ຕຸລາການ ​ເພື່ອ​ແນ​ໃສ່ຮັບ​ມື​ກັບສະພາບ​ການ​ໃໝ່​ໃນ​ປະຈຸ​ບັນ; ສ້າງ​ພື້ນຖານ​ຕຸລາການທັນ​ສະ​ໄໝ, ມີ​ປະສິດທິ​ຜົນ, ​ເໝາະ​ສົມ​ກັບຈຸດ​ພິ​ເສດ​ຂອງ​ແຕ່ລະ​ປະ​ເທດ.

        ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ຊົມ​ເຊີຍ​ເລື່ອງ​ສານ​ສູງ​ສຸດ 2 ປະ​ເທດ​ລົງ​ນາມ​ໃນ​ບົດ​ບັກ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື, ສ້າງ​ຂີດ​ໝາຍ​ໄລຍະ​ພັດທະນາ​ໃໝ່​ຂອງ​ລະບົບ​ສານ 2 ປະ​ເທດ; ພ້ອມ​ທັງຖື​ວ່າ: 2 ຝ່າຍ​ຄວນ​ສ້າງ​ຕັ້ງ​ກຸ່ມ​ປະຕິບັດ​ງານ ​ເພື່ອ​ຊີ້ນຳ​ຜັນ​ຂະຫຍາຍ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້.

        ສວ່ນທ່ານ Sundaresh Menon ປະທານ​ສານ​ສູງ​ສຸດ ສິງກະ​ໂປ ​ເຊື່ອໝັ້ນ​ວ່າ ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື ​ແມ່ນ​ຂີດ​ໝາຍ​ປະຫວັດ​ສາດ​ໃນ​​ເລື່ອ​ງ​ເພີ່ມ​ທະວີການ​ຮ່ວມ​ມື, ​ແບ່ງປັນ​ບົດຮຽນ​ຂອງ​ຂະ​ແໜງ​ສານ​ຢູ່​ແຕ່ລະ​ປະ​ເທດ​ໃນ​ລະດັບ​ສູງ​ກ່ວາ, ​ເລິກ​ເຊິ່ງກ່ວາ.

 

 

 





ຕອບກັບ

ຂ່າວ/ບົດ​ອື່ນ