ຍູ້​ແຮງ​ການ​ຮ່ວມ​ມື ຫວຽດ​ນາມ-ອິນ​ເດຍ

(VOVWORLD) - ຫວຽດນາມ ແລະ ອິນເດຍ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອຍູ້ແຮງການຮ່ວມມືສອງຝ່າຍ.
ຍູ້​ແຮງ​ການ​ຮ່ວມ​ມື ຫວຽດ​ນາມ-ອິນ​ເດຍ  - ảnh 1

 ທ່ານເອກອັກຄະລັດຖະທູດ ອິນເດຍ ປະຈຳ ຫວຽດນາມ Sandeep Arya (ພາບ: ສະຖານທູດ ອິນເດຍ ປະຈຳ ຫວຽດນາມ)

   ຫວຽດນາມ ແລະ ອິນເດຍ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອຍູ້ແຮງການຮ່ວມມືສອງຝ່າຍ. ນີ້ແມ່ນຄຳຢືນຢັນຂອງທ່ານ Sandeep Arya ເອກອັກຄະລັດຖະທູດ ອິນເດຍ ປະຈຳ ຫວຽດນາມ ເມື່ອຕອບສຳພາດນັກຂ່າວສຳນັກຂ່າວສານຫວຽດນາມ ໃນໂອກາດບຸນປີໃໝ່ 2023. ທ່ານ ເອກອັກຄະລັດຖະທູດ ອິນເດຍ ປະຈຳ ຫວຽດນາມ ຖືວ່າ ລະດັບການເຕີບໂຕເສດຖະກິດສູງ ກໍ່ຄືການຫັນເປັນດີຈີຕອນຢ່າງແຮງຢູ່ທັງ ອິນເດຍ ແລະ ຫວຽດນາມ ພວມສ້າງບັນດາກາລະໂອກາດຮ່ວມມືດ້ານເສດຖະກິດໃຫ້ແກ່ສອງປະເທດ.

ທ່ານ ເອກອັກຄະລັດຖະທູດ Sandeep Arya ສະເໜີໃຫ້ຮັກສາບັນດາກົນໄກເຮັດວຽກລວມ ແລະ ອະນຸກຳມະການການຄ້າລະຫວ່າງສອງລັດຖະບານ ເພື່ອຂຸດຄົ້ນບັນດາກາລະໂອກາດນີ້, ພິຈາລະນາຄວາມສາມາດຮ່ວມມືໃນບັນດາຂົງເຊດພັດທະນາພື້ນຖານໂຄງລ່າງ, ເຕັກໂນໂລຊີດີຈີຕອນ, ສຳຫຼວດນ້ຳມັນອາຍແກັດ ແລະ ຂົນສົ່ງທາງທະເລ. ທ່ານຍັງສະແດງຄວາມປະເອີບໃຈຕໍ່ອະນາຄົດທີ່ສົດໃສ ຂອງການພົວພັນສອງຝ່າຍແລະ ໃຫ້ຮູ້ວ່າ, ພ້ອມກັບພື້ນຖານອັນໜັກແໜ້ນຈາກການພົວພັນທີ່ເປັນມູນເຊື້ອມາແຕ່ດົນນານ, ສອງປະເທດມີບັນດາຮູບແບບເສດຖະກິດເພີ່ມເຕີມ ແລະ ບົດຮຽນປະສົບການ ເພື່ອແບ່ງປັນນຳກັນ.

ຕອບກັບ

ຂ່າວ/ບົດ​ອື່ນ