ຍູ້ແຮງການຮ່ວມມືດ້ານການຄ້າແລະການລົງທຶນເຂດສາມຫລ່ຽມພັດທະນາກຳປູເຈຍ-ລາວ-ຫວຽດນາມ

(VOVWORLD) -ກອງປະຊຸມເຈົ້າຫນ້າທີ່ອາວະໂສ (SOM) ເຂດສາມຫລ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ (CLV) ໄດ້ເນີນໃນຕອນເຊົ້າວັນທີ 19 ທັນວາ ຢູ່ ແຂວງ ບີງເຝືອກ. 

ຍູ້ແຮງການຮ່ວມມືດ້ານການຄ້າແລະການລົງທຶນເຂດສາມຫລ່ຽມພັດທະນາກຳປູເຈຍ-ລາວ-ຫວຽດນາມ - ảnh 1 ຜູ້ແທນເຂົ້າຮ່ວມກອງປະຊຸມ

ພາບ:baomoi.com

ນະທີ່ນີ້ ບັນດາຜູ້ແທນເຫັນດີເພີ່ມທະວີການຮ່ວມມືໃນຂົງເຂດຈຳນວນຫນຶ່ງ. ກ່ຽວກັບຂົງເຂດຄວາມໝັ້ນຄົງ, ການຕ່າງປະເທດ, ບັນດາຜູ້ແທນຖືວ່າ ຄວນສືບຕໍ່ຊຸກຍູ້ການເກັບກູ້ລະເບີດບໍ່ທັນແຕກຕົກຄ້າງໃນເຂດສາມຫລ່ຽມພັດທະນາ ເພື່ອແນໃສ່ຮັບປະກັນຄວາມປອດໄພໃຫ້ປະຊາຊົນ ແລະ ສ້າງເງື່ອນໄຂສະດວກດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ. ສຳລັບເຂດເສດຖະກິດ, ສາມປະເທດ ພ້ອມກັນສ້າງແຜນການປະຕິບັດການພັດທະນາຂະແຫນງອຸດສາຫະກຳຢາງພາລາ ໃຫ້ແກ່ເຂດສາມຫລ່ຽມ ເພື່ອຍື່ນສະເຫນີຕໍ່ນາຍົກລັດຖະມົນຕີ ສາມປະເທດ ຜ່ານກອງປະຊຸມຂັ້ນສູງເຂດສາມຫລ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 10 ຈັດຂຶ້ນຢູ່ ຫວຽດນາມ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນເທເຟືອງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຖືວ່າ:

          “ທຳອິດຕ້ອງມີການເຊື່ອມຕໍ່ກ່ຽວກັບພື້ນຖານໂຄງລ່າງ, ຄົມມະນາຄົມ, ພະລັງງານ, ໂທລະຄົມມະນາຄົມ. ຕໍ່ຈາກນັ້ນ ຕ້ອງມີການເຊື່ອມຕໍ່ກ່ຽວກັບລະບອບ, ຄວາມກົມກຽວບັນດາຂໍ້ກຳນົດກ່ຽວກັບການລົງທຶນ, ການຄ້າ, ເສດຖະກິດ ຈຶ່ງຍາດແຍ່ງໄດ້ຄວາມສາມາດບົ່ມຊ້ອນຂອງສາມປະເທດ”

ທີ່ກອງປະຊຸມ ບັນດາຜູ້ແທນຖືວ່າ: ບັນດາຂະແຫນງການ ແລະ ທ້ອງຖິ່ນກ່ຽວຂ້ອງ ຄວນຍູ້ໄວການສ້າງລະບົບກົດໝາຍ, ລະບຽບການບໍລິຫານກ່ຽວກັບການລົງທຶນ, ດຳເນີນທຸລະກິດ, ການຄ້າໃຫ້ສົມບູນແບບ, ປັບປຸງບັນດານະໂຍບາຍພາສີອາກອນ, ແຮງງານ.

ຕອບກັບ

ຂ່າວ/ບົດ​ອື່ນ