ຍູ້ແຮງການຮ່ວມມືດ້ານການສຶກສາລະຫວ່າງຫວຽດນາມແລະລາວ

ຍູ້ແຮງການຮ່ວມມືດ້ານການສຶກສາລະຫວ່າງຫວຽດນາມແລະລາວ - ảnh 1
ພາບປະກອບ

(vovworld) - ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຈາກກະຊວງ​ສຶກສາທິການ ​ແລະ ກິລາ ລາວ, ຄະນະ​ປະຕິບັດ​ງານ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ຫວຽດນາມ ​ໂດ​ຍຮອງ​ສາດສະດາຈານ, ດຣ ​ເຈີ່ນ​ກວາງ​ກີ໋, ຮອງ​ລັດຖະມົນຕີກະຊວງ​ສຶກສາ ​ແລະ ບຳລຸ​ງສ້າງ ຫວຽດນາມ ​ນຳ​ໜ້າ ​ໄດ້​​ໄປຢ້ຽມຢາມ ​ແລ​ະ ​ເຮັດ​ວຽກ​ຢູ່​ລາວ​ແຕ່​ວັນ​ທີ 3 ຮອດ​ວັນ​ທີ 6/4.

        ຕອນ​ເຊົ້າ​ວັນ​ທີ 4/4, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ກິລາ ລາວ ກອງສີ ​​ແສງ​ມະນີ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ຮອງ​ລັດຖະມົນຕີ ​ເຈີ່ນ​ກວາງ​ກີ໋. 2 ຝ່າຍ​ໄດ້​​ແລກປ່ຽນ ​ແລະ ຕີ​ລາຄາ​ຄືນ​ບັນດາ​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ ​ແລ​ະ ບຳລຸງ​ສ້າງ​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຜ່າ​ນມາ. ​ຮອງ​ລັດຖະມົນຕີ​ກະຊວງ​ສຶກສາທິການ ​ແລະ ກິລາ ລາວ  ​ໄດ້​ສະ​ແດງ​ຄວາມ​ປາດຖະໜາຢາກ​ໃຫ້ 2 ຝ່າຍ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມຶ​ໃນ​ຂົງ​ເຂດ​ສຶກສາ ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບການ​ບຳລຸງ​ສ້າງ​ນັກຮຽນ, ນັກ​ສຶກສາລາ​ວ ທີ່​ພວມ​ຮຳ່ຮຽນ​ຢູ່ ຫວຽດນາມ ກໍ່​ຄື​ນັກຮຽນ, ນັກ​ສຶກສາ​ຫວຽດນາມ ພວມ​ຮຳ່ຮຽນ​ຢູ່ ລາວ.

        ທີ່​ການ​ເຈລະຈາ, ທ່ານຮອງ​ລັດຖະມົນຕີກະຊວງ​ສຶກສາ ​ແລະ ບຳລຸ​ງສ້າງ​ ຫວຽດນາມ ​ເຈີ່ນ​ກວາງ​ກີ໋ ​ເນັ້ນ​ໜັກ​ວ່າ: ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສືບ​ຕໍ່​ສະໜັບສະໜູນ ​ແລະ ໜູນ​ຊ່ວຍ ລາວ ຍົກ​ສູງ​ຄຸນ​ນະພາ​ບການ​ບຳລຸງ​ສ້າງ​ຂັ້ນ​ຮຽນ​ຕ່າງໆ ​ໃນ​ນັ້ນ​ພິ​ເສດ​​ແມ່ນ​ບຳລຸງ​ສ້າງ ປະລິຍາ​ເອກ ແລະ ປະລິຍາ​ໂທ ​ເພື່ອສາມາດຕອບສະໜອງຄວາມຮຽກຮ້ອງ ຕ້ອງການ​ໃນ​ການພັດທະນາຂອງລາວ ໃນສະພາບການໃໝ່.

ຂ່າວ/ບົດ​ອື່ນ