ຍູ້ແຮງການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ - ອີຢູ

(VOVWORLD) -2 ຝ່າຍໄດ້ເປັນເອກະພາບນຳກັນວ່າ ໃນໄລຍະຈະມາເຖິງຈະສືບຕໍ່ເພີ່ມທະວີການແລກປ່ຽນ, ສະເໜີບາງເນື້ອໃນຮ່ວມມືທີ່ເໝາະສົມໃນສະພາບເກີດໂລກລະບາດໂຄວິດ-19
ຍູ້ແຮງການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ - ອີຢູ - ảnh 1ທ່ານພົນໂທ ຮ່ວາງຊວັນຈ໊ຽນ, ຕ້ອນຮັບທ່ານເອກອັກຄະລັດຖະທູດ Giorgio Aliberti
(ພາບ: qdnd.vn)

ວັນທີ 25 ພຶດສະພາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຮ່ວາງຊວັນຈ໊ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ Giorgio Aliberti, ຫົວໜ້າຄະນະຜູ້ຕາງໜ້າສະຫະພາບເອີລົບ (ອີຢູ) ປະຈຳຫວຽດນາມ.

        ທີ່ການຕ້ອນຮັບ, 2 ຝ່າຍໄດ້ເປັນເອກະພາບນຳກັນວ່າ ໃນໄລຍະຈະມາເຖິງຈະສືບຕໍ່ເພີ່ມທະວີການແລກປ່ຽນ, ສະເໜີບາງເນື້ອໃນຮ່ວມມືທີ່ເໝາະສົມໃນສະພາບເກີດໂລກລະບາດໂຄວິດ-19, ສຸມໃສ່ເຂົ້າໃນບາງຂົງເຂດຄື: ຮັກສາສັນຕິພາບສະຫະປະຊາຊາດ, ຈັດຕັ້ງການເຈລະຈາດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບຫວຽດນາມ - ອີຢູ ຄັ້ງທີ 3. ທ່ານພົນໂທ ຮ່ວາງຊວັນຈ໊ຽນ, ກໍ່ໄດ້ຕີລາຄາສູງເລື່ອງ ໂລກລະບາດໂຄວິດ-19 ໄດ້ສົ່ງຜົນສະທ້ອນເຖິງການເຄື່ອນໄຫວ, ຮ່ວມມືໃນຂົງເຂດປ້ອງກັນຊາດລະຫວ່າງຫວຽດນາມ ແລະ ອີຢູ, ແຕ່ 2 ຝ່າຍໄດ້ມີຄວາມມານະພະຍາຍາມເພີ່ມທະວີການເຊື່ອມຕໍ່, ຈັດຕັ້ງບາງການເຄື່ອນໄຫວແລກປ່ຽນທາງອອນລາຍ ແລະ ໂດຍກົງ.

ຕອບກັບ

ຂ່າວ/ບົດ​ອື່ນ