ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດລະຫວ່າງ​ຫວຽດນາມ-​ອັງກິດ

ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດລະຫວ່າງ​ຫວຽດນາມ-​ອັງກິດ - ảnh 1
ທ່ານ​ພົນ​ໂທ ຫງວຽນ​ຈີ໋ວິ​ງ ແລະ ທ່ານ Earl Howe
(ພາບ: TTXVN)



(vovworld) - ​​ ​ ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງທ່ານ Earl Howe, ລັດຖະມົນຕີ​ຮັບ​ຜິດຊອບ​ດ້ານ​ປ້ອງ​ກັນປະ​ເທດ ​ລາຊະ​ອານາຈັກ ອັງກິດ ​ແລະ ​ໄອ​ແລນ​ເໜືອ. ​ໃນ​ລະຫວ່າງ​ວັນ​ທີ 05 – 07/09/2016, ທ່ານ​ພົນ​ໂທ ຫງວຽນ​ຈີ໋ວິ​ງ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງກັນ​ປະ​ເທດ ຫວຽດ​ນາມ ນຳໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ​ໄປຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາຊະ​ອານາຈັກ ອັງກິດ. ທ່ານ​ພົນ​ໂທ ຫງວຽນ​ຈີ໋ວິ​ງ ຖື​ວ່າ: ການ​ຢ້ຽມຢາມ​ຂອງ​ຄະນະ​ຜູ້​ແທນ ຫວຽດນາມ ​ດຳ​ເນີນ​ຖືກ​ກັບ​ຈຸດ​ເວລາ​ທີ່ມີ​ຄວາມ​ໝາຍ​ສຳຄັນ ​ເມື່ອການ​ພົວພັນ 2 ປະ​ເທດ​ໄດ້​ຍົກ​ຂຶ້ນ​ເປັນ​ຄູ່​ຮ່ວມມື​ຍຸດ​ທະ​ສາດ​ໄດ້ 6 ປີ ​ແລະ ພວມ​ມີ​ບັນດາ​ບາດກ້າວ​ພັດທະນາ​ຢ່າງ​ຕັ້ງໜ້າ. ທ່ານ​ພົນ​ໂທ ຫງວຽນ​ຈີ໋ວິ​ງ ສະ​ແດງວ່າ ຫວຽດນາມ ພ້ອມ​ແລ້ວ​ທີ່ຈະ​ເປັນ​ຂົວ​ເຊື່ອມ​ຕໍ່​ໃຫ້​ລາຊະ​ອານາຈັກ ອັງກິດ ພັດທະນາ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ພິ​ເສດ​ແມ່ນກັບ​ບັນດາ​ປະ​ເທດ ອາ​ຊຽນ. ສ່ວນ​ທ່ານ Earl Howe ກໍ່ສະ​ແດງ​​ໃຫ້​ເຫັນວ່າ: ​ເຖິງ​ວ່າ 2 ປະ​ເທດຈະ​ຢູ່​ຫ່າງ​ໄກ​ກັນ​ດ້ານ​ພູມ​ສາດ​ກໍ່ຕາມ ​ແຕ່​ວ່າລາຊະ​ອານາຈັກ ອັງກິດ ຍາມ​ໃດ​ກໍ່​ຕີ​ລາຄາ​ສູງ​ບົດບາດ, ທີ່​ຕັ້ງ​ຂອງ ຫວຽດນາມ ຢູ່ ພາກ​ພື້ນ ​ແລະ ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດກັບ ຫວຽດນາມ ​ເພື່ອ​ແນ​ໃສ່​ປະກອບສ່ວນ​ເຂົ້າ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການພັດທະນາ. ທີ່​ການ​ເຮັດ​ວຽກ, 2 ຝ່າຍ​ໄດ້​ແລກປ່ຽນ​ທັດສະນະ​ກ່ຽວ​ກັບ​ສະພາບ​ການ​ສາກົນ, ພາກ​ພື້ນ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ; ຖື​ວ່າ ສະພາບ​ການ​ພວມ​ມີ​ການ​ຜັນ​ແປສັບສົນ​ຫລາຍ​ຢ່າງ ຮຽກຮ້ອງ​ບັນດາ​ປະ​ເທດ​ຄວນ​ຮ່ວມ​ແຮງ​ຮ່ວມ​ໃຈ​ມານະ​ພະຍາຍາມ​ແກ້​ໄຂ, ພິ​ເສດ​ແມ່ນ​ຕໍ່ໜ້າ​ບັນດາ​ສິ່ງ​ທ້າ​ທາຍດ້ານ​ຄວາມ​ໝັ້ນຄົງ​ທີ່​ບໍ່​ເຄີຍ​ມີ​ມາກ​່ອນ​ ​ແລະ ພ້ອມ​ກັນ​ເຫັນ​ດີ​ເປັນ​ເອກະ​ພາບ​ຕໍ່ບັນດາ​ການ​ການ​ຂັດ​ແຍ້​ງກັນ, ຄວາມ​ບໍ່​ລົງ​ລອຍກັນ​ຄວນ​ໄດ້​ຮັບ​ການ​ແກ້​ໄຂ​ດ້ວຍ​ສັນຕິ​ວິທີ ​ແລະ ບົນ​ພື້ນຖານ​ເຄົາລົບ​ກົດໝາຍ​ສາກົນ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ ຍູ້​ແຮງການ​ຮ່ວມ​ມື, ພ້ອມ​ກັນ​ຄົ້ນຄວ້າ ​ເພື່ອ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ກ່ຽວ​ກັບ​ວິ​ໄສ​ທັດ​ການ​ພົວພັນ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາດ ​ເພື່ອ​ນຳ​ການ​ພົວພັນ​ຮ່ວມ​ມື​ເຂົ້າ​ສູ່​ປະສິດທິ​ຜົນ, ​ແທດ​ຈິງ; ​ເຫັນ​ດີ​ເປັນ​ເອກະ​ພາບ​ສືບ​ຕໍ່​ຊຸກຍູ້​ການ​ພົບ​ປະ​ແລກປ່ຽນ​ຄະນະ​ຜູ້​ແທນ.

ຂ່າວ/ບົດ​ອື່ນ