ຍູ້ແຮງການຮ່ວມມືດ້ານເຕັກໂນໂລຢີສູງລະຫວ່າງຫວຽດນາມ - ອິດສະຣາແອນ

ຍູ້ແຮງການຮ່ວມມືດ້ານເຕັກໂນໂລຢີສູງລະຫວ່າງຫວຽດນາມ - ອິດສະຣາແອນ - ảnh 1
ທ່ານປະທານປະເທດ ເຈິ່ນດ້າຍກວາງ
ໃຫ້ການຕ້ອນຮັບທ່ານ Yitzhak Aharonovitch

(vovworld) - ຕອນເຊົ້າວັນທີ 21/2, ຢູ່ສຳນັກງານປະທານປະທດ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານ Yitzhak Aharonovitch, ປະທານກຸ່ມບໍລິສັດ IMI Systems Ltd, ຂອງ ອິດສະຣາແອນ, ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ຫວັງວ່າໄລຍະຈະມາເຖິງ, ທ່ານ Yitzhak Aharonovitch ຈະສືບຕໍ່ປະກອບສ່ວນເຂົ້າໃນການຊຸກຍູ້ການຮ່ວມມືລະຫວ່າງ ສອງປະເທດໃຫ້ກ້າວເຂົ້າສູ່ລວງເລິກ, ພ້ອມທັງຢືນຢັນວ່າ, ຫວຽດນາມ ໃຫ້ຄຳໝັ້ນ ສັນຍາສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ, ນັກລົງທຶນຕ່າງປະເທດ, ໃນນັ້ນ ມີ ອິດສະຣາແອນ ເຄື່ອນໄຫວຢູ່ ຫວຽດນາມ, ພ້ອມ​ທັງ​ຕີ​ລາຄາ​ສູງ​ເຕັກ​ໂນ​ໂລ​ຢີປ້ອງ​ກັນຊາ​ດຂອງ ອິດສະຣາ​ແອນ ​ແລະ ສະ​ເໜີ​ສອງ​ຝ່າຍ​ຮ່ວມ​ມື​ຕາມ​ທິດ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີສູງ; ຮ່ວມ​ມື​ຄົ້ນ​ຄ້ວາ ​ແລະ ພັດທະນາ. ສ່ວນທ່ານ Yitzhak Aharonovitch ກໍ່​ສະ​ແດງ​ຄວາມ​ປາຖະໜາ​ຢາກ​ເປີດ​ກວ້າງ​ການ​ຮ່ວມ​ມື​ກັບ ຫວຽດນາມ​ໃນ​ຂົງ​ເຂດ​ເຊິ່ງກຸ່ມ​ບໍລິສັດ​ມີ​ທ່າ​ແຮງ​ເຊັ່ນ: ການ​ຮັບປະກັນ​ຄວາມ​ປອດ​ໄພ​ຢູ່​ສະໜາມ​ບິນ, ການ​ຕ້ານ​ກໍ່​ການ​ຮ້າຍ ​ແລະ ການ​ສຶກສາ​ບຳລຸງ​ສ້າງ. ນອກ​ນັ້ນ​ທ່ານ​ຍັງ​ຢືນຢັນ​ວ່າ, ລັດຖະບານ ອິດສະຣາ​ແອນ ​ແລະ ກຸ່ມ​ບໍລິສັດ IMI ຍາມ​ໃດ​ກໍ່​ປາຖະໜາ​ຢາກ​ຮ່ວມ​ມື​ກັບ ຫວຽດນາມ, ປະກອບສ່ວນ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ເລິກ​ເຊິ່ງກວ່າ​ອີກ.

 

ຂ່າວ/ບົດ​ອື່ນ