ຍູ້ແຮງການຮ່ວມມືດ້ານເສດຖະກິດລະຫວ່າງ3ປະເທດຫວຽດນາມ-ລາວ-ກຳປູເຈຍຮອດປີ2030

ຍູ້ແຮງການຮ່ວມມືດ້ານເສດຖະກິດລະຫວ່າງ3ປະເທດຫວຽດນາມ-ລາວ-ກຳປູເຈຍຮອດປີ2030 - ảnh 1
ກອງ​ປະ​ຊຸມ​ເສດ​ຖະ​ກິ​ດ​ຄັ້ງ​ທີ 9 ເຂດ 3 ຫຼ່ຽມ​ພັດ​ທະ​ນາ CVL
(ພາບ:baodautu.vn)

(vovworld) – ຕອນ​ເຊົ້າ​ວັນ​ທີ 1/11, ຢູ່​ແຂວງ ດັກ​ນົງ ໄດ້​ດຳ​ເນີນ​ກອງປະ​ຊຸມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສ​ູງ (SOM) ຢູ່​ເຂດ 3 ຫຼ່ຽມ​ພັດ​ທະ​ນາ 3 ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ. ​ທີ່ການ​ປຶກ​ສາ​ຫາ​ລື​ສະ​ມ​າ​ຊິກ 3 ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຕີ​ລາ​ຄາ​ວ່າ 3 ປະ​ເທດ​​ສຸມ​ໃສ່​ບັນ​ດາ​ຍຸດ​ທະ​ສາດ, ແຜນ​ການ​ພັດ​ທະ​ນາ​ໄລ​ຍະ​ກາງ ແລະ ໄລ​ຍະ​ຍາວ​ບຸ​ລິ​ມະ​ສິດ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ, ຊັບ​ພະ​ຍາ​ກອນ​ມ​ະ​ນຸດ ແລະ ປະ​ຕິ​ຮູບ​ລະ​ບອບ - ນີ້​ແມ່ນ 3 ຂົງ​ເຂດ​ໄດ້​ຮັບ​ຖື​ວ່າ​ແມ່ນ​ຈຸດ​ສຸມ​ເຊື່ອມ​ຕໍ່​ການ​ພັດ​ທະ​ນາ 3 ພື້ນ​ຖານ​ເສດ​ຖະ​ກິດ​ຮອດ​ປີ 2030. ກອງ​ປະ​ຊຸມ​ໄດ້​ຍົກ​ອອກ​ບັນ​ດາ​ບັນ​ຫາ​ໃນ​ການ​ເຊື່ອມ​ຕໍ່​ 3 ພື້ນ​ຖານ​ເສດ​ຖະ​ກິດ​ພັດ​ທະ​ນາ, ໃນ​ນັ້ນ​ເອົາ​ໃຈ​ໃສ່​ເຖິງ​ການ​ແກ້​ໄຂ​ບັນ​ດາ​ຮົ້ວ​ຂີດ​ຂວາງ​ໃນ​ລະ​ບອບ​ຂອງ​ແຕ່​ລະ​ປະ​ເທດ, ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ພື້ນ​ຖານ​ໂຄງ​ລ່າງ ແລະ ແກ້​ໄຂ​ບັນ​ດາ​ລະ​ບຽບ​ການ​ບໍ​ລິ​ຫານ​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ຍົກ​ເລີກ​ຮົ້ວ​ກີດ​ຂວາງ. ທ່ານ ທອງ​ພັນ ສະ​ຫວັນ​ເພັດ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກາ​ນ​ຕ່າງ​ປະ​ເທດ, ຫົວ​ໜ້າ​ຄະ​ນະ SOM ສ​ປ​ປ ລາວ, ໃຫ້​ຮູ້​ວ່າ:

        “ແຜນ​ຮ່າງ​ເພື່ອ​ເຊື່ອມ​ຕໍ່ 3 ພື້ນ​ຖານ​ເສດ​ຖະ​ກິດ​ພວມ​​ຢູ່ໃນ​​ໄລ​ຍະ​ຮຽບ​ຮຽງ​ເພື່ອ​​ແນ​ໃສ່​ເຫັນ​ດີເປັນ​ເອ​ກະ​ພາບ​​ນຳກັນ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຝ່າຍ​ລ​າວ ພວກ​ຂ້າ​ພະ​ເຈົ້າ​ຈະ​​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ​ຂອງ 4 ແຂວງ​ທາງ​ພາກ​ໃຕ້ລາວ ເພື່ອ​ແນ​ໃສ່​ເຊື່ອມ​ຕໍ່​ກັບ​ບັນ​ດາ​ແຂວງ​ໃນ​ເຂດ 3 ຫຼ່ຽມ, ​ແນ​ໃສ່ສ້າງ​ເງື່ອນ​ໄຂ​ສະ​ດວ​ກ​ໃຫ້​ແກ່​ການ​ແລກ​ປ່ຽນ​ຄ້າ​ຂາ​ຍ​ສິນ​ຄ້າ, ປະ​ຊາ​ຊົນ​ສາ​ມາດ​ໄປ​ມາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ຢ່າງ​ງ່າຍ​ດາຍ. ຂ້າ​ພະ​ເຈົ້າ​ຄິດ​ວ່າ, ເມື່ອ​ໜ່ວຍ​ປະ​ຕິ​ບັດ​ງານ​ໄດ້​ເປັນ​ເອ​ກະ​ພາບ​​ນຳ​ກັນແລ້ວ, ວຽກ​ງານ​​ທັງ​ໝົດຈະ​ໄດ້​ຍື່ນ​ສະ​ເໜີ​ຕໍ່​ຂັ້ນ​ສູງ​ກ່​ວາ​ເພື່ອ​ຮັບ​ຮອງ​ເອົາ.”


ຂ່າວ/ບົດ​ອື່ນ