ຍູ້​ແຮງການ​ຮ່ວມ​ມື​​ປິ່ນ​ປົວ, ຄົ້ນ​ຄ້​ວາ ວິ​ທະ​ຍາ​ສາດ ຫວຽດ​ນາມ - ກູ​ບາ​ໃນ​ການ​ປ້ອງ​ກັນ​ຕ້ານ ໂລກ​ລະ​ບາດ Covid – 19

(VOVWORLD) -  ທ່ານພົນໂທເຈິ່ນເດີນ ຢັ້ງຢືນວ່າ  ກະຊວງປ້ອງກັນປະເທດຫວຽດນາມ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ບັນດານັກຊ່ຽວຊານກູບາປະຕິບັດສຳເລັດໜ້າທີ່ທີ່ໄດ້ມອບໝາຍຢູ່ຫວຽດນາມ.
ຍູ້​ແຮງການ​ຮ່ວມ​ມື​​ປິ່ນ​ປົວ, ຄົ້ນ​ຄ້​ວາ ວິ​ທະ​ຍາ​ສາດ ຫວຽດ​ນາມ - ກູ​ບາ​ໃນ​ການ​ປ້ອງ​ກັນ​ຕ້ານ ໂລກ​ລະ​ບາດ Covid – 19 - ảnh 1ທ່ານ ພົນໂທ ເຈິ່ນເດີນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມເຮັດວຽກກັບຄະນະນັກຊ່ຽວຊານ ກູບາ (ພາບ: TTXVN)

ວັນທີ 18 ສິງຫາ, ຢູ່ຮ່າໂນ້ຍ, ທ່ານ ພົນໂທ ເຈິ່ນເດີນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ຫົວໜ້າຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດ Covid – 19 ກະຊວງປ້ອງກັນປະເທດ, ໄດ້ເຮັດວຽກກັບຄະນະນັກຊ່ຽວຊານ ກູບາ ເພື່ອແນໃສ່ແຈ້ງໃຫ້ກັນຊາບກ່ຽວກັບໝາກຜົນຂອງການສົມທົບກັນ, ແລກປ່ຽນບົດຮຽນ, ປະສົບການ ປະຕິບັດງານ ລະຫວ່າງ ບັນດາກົມກອງຂອງກະຊວງປ້ອງກັນປະເທດຫວຽດນາມ ແລະ ຄະນະນັກຊ່ຽວຊານກູບາ.

ທ່ານ ພົນໂທ ເຈິ່ນເດີນໄດ້ເນັ້ນໜັກເຖິງການປະຕິບັດງານຂອງບັນດານັກຊ່ຽວຊານ ການແພດກູບາຄັ້ງນີ້ແມ່ນປະຖົມປັດໄຈໃນການສ້າງບັນດາບາດກ້າວພັດທະນາໃໝ່ໃນການພົວພັນຮ່ວມມືລະຫວ່າງກະຊວງປ້ອງກັນປະເທດຂອງສອງປະເທດໃນຂົງເຂດເສນາຮັກ. ທ່ານພົນໂທ ເຈິ່ນເດີນ ໄດ້ສະເໜີໃຫ້ສອງຝ່າຍສືບຕໍ່ແລກປ່ຽນບົດຮຽນ, ປະສົບການກ່ຽວກັບການປິ່ນປົວ ໃນນັ້ນມີ ບົດຮຽນ, ປະສົບການໃນການຄັດກອງ ກ່ຽວກັບການນຳໃຊ້ບັນດາຜະລິດຕະພັນຢາເຊິ່ງ ຝ່າຍກູບາຜະລິດເພື່ອນຳໃຊ້ເຂົ້າໃນການປິ່ນປົວຜູ້ຕິດເຊື້ອ Covid – 19 ແລະ ບັນດາພະຍາດຕິດຕໍ່ຕ່າງໆ…

ທ່ານພົນໂທເຈິ່ນເດີນ ຢັ້ງຢືນວ່າ  ກະຊວງປ້ອງກັນປະເທດຫວຽດນາມ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ບັນດານັກຊ່ຽວຊານກູບາປະຕິບັດສຳເລັດໜ້າທີ່ທີ່ໄດ້ມອບໝາຍຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ