ຍູ້ແຮງການຮ່ວມມືລົງທຶນ ຫວຽດນາມ - ລັດເຊຍ

(VOVWORLD) -ພື່ອຊຸກຍູ້ການຮ່ວມມືໃນຂົງເຂດການຄ້າ ແລະ ເສດຖະກິດໃຫ້ຫຼາຍກວ່າ, 2 ຝ່າຍຈະກະກຽມສ້າງລະບົບເຊື່ອມຕໍ່ເຊິ່ງກັນ ແລະ ກັນ, ສ້າງອະນາຄົດຢ່າງໝັ້ນຄົງ.
ຍູ້ແຮງການຮ່ວມມືລົງທຶນ ຫວຽດນາມ - ລັດເຊຍ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ   ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: VGP)

        ໃນຂອບເຂດກອງປະຊຸມຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມືດ້ານເສດຖະກິດ - ການຄ້າ ແລະ ວິທະຍາສາດ - ເຕັກນິກ ຄັ້ງທີ 24, ຕອນບ່າຍວັນທີ 06 ເມສາ, ຢູ່ຮ່າໂນ້ຍ, ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ ສົມທົບກັບກະຊວງອຸດສາຫະກຳການຄ້າ ແລະ ກະຊວງພັດທະນາເສດຖະກິດສະຫະພັນ ລັດເຊຍ ຈັດເວທີປາໄສວິສາຫະກິດ ຫວຽດນາມ - ລັດເຊຍ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ, ເນັ້ນໜັກວ່າ:

        “ເພື່ອຊຸກຍູ້ການຮ່ວມມືໃນຂົງເຂດການຄ້າ ແລະ ເສດຖະກິດໃຫ້ຫຼາຍກວ່າ, 2 ຝ່າຍຈະກະກຽມສ້າງລະບົບເຊື່ອມຕໍ່ເຊິ່ງກັນ ແລະ ກັນ, ສ້າງອະນາຄົດຢ່າງໝັ້ນຄົງ. ຍາມໃດ ຫວຽດນາມ ຈະສ້າງທຸກເງື່ອນໄຂກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນ ແລະ ນິຕິກຳ ແລະ ພິເສດ, ພວກຂ້າພະເຈົ້າກໍ່ສືບຕໍ່ສ້າງການປະຕິຮູບລະບຽບການບໍລິຫານໃຫ້ແກ່ວິສາຫະກິດຕ່າງປະເທດເວົ້າລວມ ແລະ ວິສາຫະກິດ ລັດເຊຍ ແລະ ຫວຽດນາມ ໃຫ້ສົມບູນແບບ ເພື່ອສືບຕໍ່ພັດທະນາໃນໄລຍະຈະມາເຖິງ”.

        ສ່ວນທ່ານຮອງນາຍົກລັດຖະມົນຕີລັດເຊຍ Dmirty Chernyshenko ຢືນຢັນບຸລິມະສິດແຖວໜ້າຂອງສະຫະພັນ ລັດເຊຍ ແມ່ນພັດທະນາພື້ນຖານເສດຖະກິດເປີດ, ໜູນຊ່ວຍວິສາຫະກິດດຳເນີນທຸລະກິດຢ່າງເສລີ. ລັດເຊຍ ໃຫ້ບຸລິມະສິດມຸ່ງໄປເຖິງການພັດທະນາໃໝ່ໃນຂົງເຂດວິທະຍາສາດ, ການສຶກສາ, ເຕັກໂນໂລຊີດີຈີຕອນ, ທ່ອງທ່ຽວ ແລະ ພ້້ອມແລ້ວຈະແບ່ງປັນບັນດາຜົງານຄື ເຕັກໂນໂລຊີໃນຂົງເຂດນີ້ ຢູ່ໃນບັນດາໂຄງການລວມຂອງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ