ຍູ້ແຮງການຮ່ວມມືລົງທຶນລະຫວ່າງSlovakia-ລາວ-ຫວຽດນາມ

ຍູ້ແຮງການຮ່ວມມືລົງທຶນລະຫວ່າງSlovakia-ລາວ-ຫວຽດນາມ - ảnh 1
ພິ​ທີ​ເຊັນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ
(ພາບ: Đinh Hóa/Vietnam+)

(vovworld) - ຕອນ​ຄ່ຳ​ວັນ​ທີ 10/11, ຢູ່​ນະ​ຄອນຫຼວງ Bratislvava (ປະ​ເທດ Slovakia), ທະ​ນາ​ຄານ​ການ​ຄ້າ​ຫຸ້ນ​ສ່ວນ​ລົງ​ທຶນ ແລະ ພັດ​ທະ​ນາ ຫວຽດ​ນາມ (BIDV) ແລະ ທະ​ນາ​ຄານ​ສົ່ງ​ອອກນຳ​ເຂົ້າ Slovakia (Eximbanka SR) ໄດ້​ເຊັນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ອຸ​ປະ​ຖຳ​ສິນ​ເຊື່ອ​ໃຫ້​ແກ່ໂຄງ​ການກໍ່​ສ້າງ​ສາງ ແລະ ລະ​ບົບ​ທໍ່​ສົ່ງ​ແອດ​ຊັງ, ກະ​ຊວນ ຈາກ​ທ່າ​ ຮ່ອນ​ລາ, ແຂວງ ກວາງ​ບີ່ງ (ຫວຽດ​ນາມ) ເຖິງ​ແຂວງ ຄຳ​ມ່ວນ​ຂອງ​ລາວ. ນີ້​ແມ່ນ​ໂຄງ​ການ​​ມີ​ເງິ​ນ​ລົງ​ທຶນ​ 100% ຂອງ​ລາວດ້ວຍຍອດ​ເງິນ​ລົງ​ທຶນ​ຄາດ​ວ່າ​ແມ່ນ 200 ລ້ານ USD ແລະ ໂດຍ​ບໍ​ລິ​ສັດ Petro ລາວ ປະ​ຕິ​ບັດ, ໃນ​ນັ້ນ, BIDV ແມ່ນ​ຫົວ​ໜ່ວຍ​​ໃຫ້​ຄຳ​ປຶກ​ສ​າ​ໃຫ້ Petro ລາວ, Eximbanka SR ແມ່ນ​​ຂອດ​ລະ​ດົມ​ 85% ຍອດ​ຈ​ຳ​ນວນ​ທຶນ​ທັງ​ໝົດ​ຂອງ​ໂຄງ​ການ​ຈາກ​ບັນ​ດາ​​ອົງ​ການ​ການ​ເງິນ​ມີ​ອິດ​ທິ​ພົນ​ຊື່​ສຽງ​ຢູ່ ເອີ​ລົບ ເພື່ອ​ລົງ​ທຶນ​ເຂົ້າ​ໂຄງ​ການນີ້.

        ແລະ​ກໍ່​ໃນ​ວັນ​ດ​ຽວ​ກັນ, ຢູ່ Bratislvava, ໄດ້​ຈັດ​ຕັ້ງ​ເວ​ທີ​ປາ​ໄສ​ການ​ຄ້າ Slovakia -ລາວ - ຫວຽດ​ນາມ. ຜູ້​ຕາງ​ໜ້າ​ຝ່າຍ Slovakia ແລະ ລາວ ໄດ້​ໂຄ​ສະ​ນາ​ເຜີຍ​ແຜ່​ທ່າ​ແຮງ​ຂອງ​ຕົນ​ເພື່ອ​ແນ​ໃສ່​ດຶງ​ດູດ​ການ​ລົ​ງ​ທຶນ​ຈາກ​ຕ່າງ​ປະ​ເທດ​. ສ່ວນ​ຝ່າຍ ຫວຽດ​ນາມ, ທ່ານ​ປະ​ທານ​ສະ​ພາ​ບໍ​ລິ​ຫານ​ BIDV ແນະ​ນຳ​ກ່ຽວ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ດ້ານ​ເສດ​ຖະ​ກິດ ຫວຽດ​ນາມ ແລະ ການ​ພົວ​ພັນ​ຮ່ວມ​ມື ຫວຽດ​ນາມ - Slovakia, ຫວຽດ​ນາມ - ລາວ.


ຂ່າວ/ບົດ​ອື່ນ