ຍູ້ແຮງການຮ່ວມມືລະຫວ່າງຕຳຫຼວດຫວຽດນາມກັບ ອົງການສືບສວນ FBI

   ຍູ້ແຮງການຮ່ວມມືລະຫວ່າງຕຳຫຼວດຫວຽດນາມກັບ ອົງການສືບສວນ FBI - ảnh 1
ທ່ານ​ພົນ​ເອກ ເຈີນ​ດ້າຍກວາງ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຕຳຫຼວດ​ຫວຽດ​ນາມ ກັບທ່ານ James Comey ຜູ້​ອຳ​ນວຍ​ການ​ອົງ​ການ​ສືບ​ສວນ​ສະ​ຫະ​ລັດ​ອາ​ເມ​ລິ​ກາ FBI

(vovworld)- ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ອາ​ເມ​ລິ​ກາ, ວັນ​ທີ 16/3, ທ່ານ​ພົນ​ເອກ ເຈີນ​ດ້າຍກວາງ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຕຳຫຼວດ​ຫວຽດ​ນາມ ໄດ້​ມີ​ການ​ເຈ​ລະ​ຈາ​ກັ​ບ​ທ່ານ James Comey ຜູ້​ອຳ​ນວຍ​ການ​ອົງ​ການ​ສືບ​ສວນ​ສະ​ຫະ​ລັດ​ອາ​ເມ​ລິ​ກາ FBI . 2 ຝ​່າຍ​ໄດ້​ເຫັນ​ດີ​ຮູ້​ແຮງ​ການ​ຮ່ວມ​ມື​ລະ​ຫວ່າງ​ກຳ​ລັງ​ຕຳຫຼວດ​ຫວຽດ​ນາມ​ກັບ ອົງ​ການ​ສືບ​ສວນ​ສະ​ຫະ​ລັດ​ອາ​ເມ​ລິ​ກາ FBI ໂດຍ​ຜ່ານ​ບັນ​ດາ​ກົນ​ໄກ​ທີ່​ມີ​ຢູ່​ແລ້ວ. , ຄົ້ນ​ຄ້​ວາ, ເຈ​ລະ​ຈາ, ກ້າວ​ໄປ​ເຖິງ​ການ​ລົງ​ນາມ​ໃນ​ບັນ​ດາ​ເອ​ກະ​ສານ​ຮ່ວມ​ມື ແນ​ໃສ່​ສ້າງກອບ​ກົດ​ໝາຍ​ໃນ​ການ​ຕໍ່​ສູ້​ປ້ອງ​ກັນ ແລະ ຕ້ານ​ອາດ​ຊະ​ຍາ​ກຳ, ຍູ້​ແຮງ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ, ບົດ​ຮຽນ, ສົມ​ທົບ​ກັນ​ໃນ​ການ​ສືບ​ສວນ​ຕາມ​ລາ​ອາດ​ຊະ​ຍາ​ກອນ​ທີ່​ກ່ຽວ​ຂ້ອງ​ເຖິງ​ພົນ​ລະ​ເມືອງ​ຂອງ 2 ປະ​ເທດ; ເພີມ່​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ, ຮ່ວມກໍ່​ສ້າງ​ພະ​ນັກ​ງານ, ….

ຂ່າວ/ບົດ​ອື່ນ