ຍູ້ແຮງການຮ່ວມມືສາກົນກ່ຽວກັບການປ້ອງກັນຕ້ານໂລກພະຍາດຕິດແປດຈາກສັດສູ່ຄົນ

(VOVWORLD) -ຕອນເຊົ້າວັນທີ 29 ສິງຫາ, ຢູ່ນະຄອນດ່ານັ້ງ, ກະຊວງສາທາລະນະສຸກ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໄດ້ສົມທົບກັບຜູ້ຕາງໜ້າລັດຖະບານ 2 ປະເທດແມ່ນອິນໂດເນເຊຍ ແລະ ເຊເນການ ເປັນປະທານຮ່ວມ
ຍູ້ແຮງການຮ່ວມມືສາກົນກ່ຽວກັບການປ້ອງກັນຕ້ານໂລກພະຍາດຕິດແປດຈາກສັດສູ່ຄົນ - ảnh 1(ພາບປະກອບອີນເຕີແນັດ)

ກອງປະຊຸມສາກົນຄັ້ງທີ 3 ກ່ຽວກັບການປ້ອງກັນ, ຕ້ານພະຍາດຕິດແປດຈາກສັດສູ່ຄົນຄື: ໄຂຫວັດສັດປິກ, ເອໂບລາ… ກອງປະຊຸມ ນອນໃນໂຄງການຮ່ວມມືຄວາມໝັ້ນຄົງດ້ານສາທາລະນະສຸກທົ່ວໂລກ (GHS) ໂດຍມີການເຂົ້າຮ່ວມຂອງກວ່າ 54 ປະເທດ ແລະ ບັນດາອົງການຈັດຕັ້ງ. ທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນແທ່ງລອງ, ໃຫ້ຮູ້ວ່າ.

        “ດ້ວຍບົດບາດເປັນປະທານຮ່ວມກອງປະຊຸມຄັ້ງນີ້, ຫວຽດນາມ ສືບຕໍ່ຢືນຢັນຄຳໝັ້ນສັນຍາຕັ້ງໜ້າເຂົ້າຮ່ວມການກະທຳ ZDAP ໃນໂຄງການ GHS ແລະ ປາດຖະໜາຢາກໄດ້ຮັບການຮ່ວມມືຢ່າງແໜ້ນແຟ້ນ ແລະ ການໜູນຊ່ວຍຈາກປະເທດຕ່າງໆ ແລະ ປະຊາຄົມສາກົນໃນວຽກງານປ້ອງກັນ, ຕ້ານພະຍາດຕິດແປດຈາກສັດສູ່ຕົນ. ຂ້າພະເຈົ້າຖືວ່າ, ດ້ວຍລາຍການເຮັດວຽກເປັນເວລາ 2 ວັນ, ພວກເຮົາຈະມີການແລກປ່ຽນ, ປຶກສາຫາລື ແລະ ໄດ້ເປັນເອກະພາບເປັນຫຼາຍຄັ້ງ ຈາກນັ້ນຍົກອອກບັນດາຄາດໝາຍລະອຽດຂອງກອງປະຊຸມຂັ້ນສູງຄວາມໝັ້ນຄົງດ້ານສາທາລະນະສຸກທົ່ວໂລກ ເຊິ່ງໄດ້ຈັດຕັ້ງຢູ່ Kampala, Uganda ໃນເດືອນຕຸລາ 2017”.

ຕອບກັບ

ຂ່າວ/ບົດ​ອື່ນ