ຍູ້ແຮງການຮ່ວມມືຫວຽດນາມ - Venezuela

ຍູ້ແຮງການຮ່ວມມືຫວຽດນາມ - Venezuela - ảnh 1
ສະ​ໄໝ​ປະຊຸມ​ຄັ້ງ​ທີ 2 ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ຫວຽດນາມ - Venezuela
(ພາບ: chinhphu.vn)

(vovworld) – ວັນ​ທີ 18/4 (ຕາມ​ເວລາ​ທ້ອງ​ຖີ່​ນ), ຢູ່​ນະຄອນຫຼວງ Caracas, ​ແຫ່ງ​ປະ​ເທດ Venezuela, ສະ​ໄໝ​ປະຊຸມ​ຄັ້ງ​ທີ 2 ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ຫວຽດນາມ - Venezuela ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ຮອງ​ປະທານາທິບໍດີ Rafael Ramirez ​ແລະ ທ່ານຮອງ​ນາຍົກລັດຖະມົນຕີຫວຽດນາມ Hoang Trung Hai. ກ່ຽວ​ກັບດ້ານ​ກະສິກຳ, 2 ຝ່າຍ​ໄດ້​ແລກປ່ຽນ​ແຜນການ​ຜັນ​ຂະຫຍາຍ 3 ​ໂຄງການ​ປູກ​ເຂົ້າປະສົມ​ກັບ​ການລ້ຽງ​ປາ, ລ້ຽງ​ກຸ້ງ ​ແລະ ປູກ​ຢາງ​ພາລາ​ຢູ່ Venezuela. ກ່ຽວ​ກັບ​ດ້ານ​ວັດທະນະທຳ, 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນຈະ​ຈັດ​ຕັ້ງ​ສັບປະດາ​ວັດທະນະທຳ Venezuela ຄັ້ງ​ທີ 2 ຢູ່​ຫວຽດນາມ ດ້ວຍການ​ເຄື່ອນ​ໄຫວສະ​ແດງ​ສິປະລະ, ງານວາງສະ​ແດງ​ເຄື່ອງ​ສິລະ​ປະກຳ ຫັດ​ຖະກຳ ​ແລະ ວາງສະ​ແດງ​ຮູບ​ພາບ. ສະ​ເພາະ​​ໃນ​ຂົງ​ເຂດ​ນ້ຳມັນ​ອາຍ​ແກ​ດ, 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ​ຍູ້​ແຮງຄາດໝາຍ​ຂຸດ​ຄົ້ນ​​ກະ​ແສ​ນ້ຳມັນ​ໄວ​ສຸດ​ໃນ​ປີ 2012 ຂອງ​ໂຄງການ Junin 2 ກໍ​ຄື​ສະຖານ​ທີ່​ຂຸດ​ຄົ້ນ​ສຳຄັນ​ອື່ນໆ.

ຂ່າວ/ບົດ​ອື່ນ