ຍູ້ແຮງການຮ່ວມມືໃນຂົງເຂດກວດສອບລະຫວ່າງ ຫວຽດນາມ - ລາວ

(VOVWORLD) - ທີ່ການຕ້ອນຮັບທ່ານນາງປະທານອົງການກວດສອບແຫ່ງລັດ ລາວ ວຽງທອງ ສີພັນດອນ ໃນວັນທີ 08 ມັງກອນ ຢູ່ສຳນັກງານສະພາແຫ່ງຊາດ ຫວຽດນາມ,
ຍູ້ແຮງການຮ່ວມມືໃນຂົງເຂດກວດສອບລະຫວ່າງ ຫວຽດນາມ - ລາວ - ảnh 1ທ່ານນາງ ຕ່ອງທິຟ໋ອງ ແລະ ທ່ານນາງ ວຽງທອງ ສີພັນດອນ (ພາບ: quochoi.vn)

ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໋ອງ ໄດ້ສະເໜີອົງການກວດສອບແຫ່ງລັດ ຫວຽດນາມ ແລະ ລາວ ສືບຕໍ່ເພີ່ມທະວີແລກປ່ຽນບົດຮຽນ; ເປີດກ້ວາງບັນດາຮູບການ ແລະ ຂົງເຂດການຮ່ວມມືທັງໃນການພົວພັນ 2 ຝ່າຍ ແລະ ໃນຂອບເຂດບັນດາອົງການຈັດຕັ້ງຫລາຍຝ່າຍ ເພື່ອແນໃສ່ເປົ້າໝາຍພັດທະນາຂອງແຕ່ລະອົງການກວດສອບແຫ່ງລັດເວົ້າສະເພາະ ແລະ ແຕ່ລະປະເທດເວົ້າລວມ.

        ສ່ວນທ່ານປະທານອົງການກວດສອບແຫ່ງລັດ ລາວ ວຽງທອງ ສີພັນດອນ ໄດ້ຂອບໃຈອົງການກວດສອບແຫ່ງລັດ ຫວຽດນາມ ທີ່ໄດ້ສະໜັບສະໜູນ, ຊ່ວຍເຫຼືອອົງການກວດສອບແຫ່ງລັດ ລາວ ໃນຕະຫລອດເວລາຜ່ານມາ; ພ້ອມທັງປາດຖະໜາວ່າ ໃນໄລຍະຈະມາເຖິງ 2 ຝ່າຍຈະສືບຕໍ່ເພີ່ມທະວີການພົວພັນຮ່ວມມືຮອບດ້ານກ່ວາອີກ, ເຫັນດີເປັນເອກະພາບ, ສຸນໃສ່ຜັນຂະຫຍາຍບັນດາການແລກປ່ຽນນັກຊ່ຽວຊານ, ບຳລຸງສ້າງພະນັກງານກວດສອບຂອງ 2 ປະເທດຢ່າງມີປະສິດທິຜົນ.

        ກ່ອນໜ້ານັ້ນ, ຢູ່ ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມສະຫລຸບການເຄື່ອນໄຫວຮ່ວມມືລະຫວ່າງອົງການກວດສອບແຫ່ງລັດ ຫວຽດນາມ ແລະ ອົງການກວດສອບແຫ່ງລັດ ລາວ ປີ 2018.

ຕອບກັບ

ຂ່າວ/ບົດ​ອື່ນ