ຍູ້ແຮງການຮ່ວມມືໃນຂົງເຂດການຄ້າລະຫວ່າງ ຫວຽດນາມ ແລະ ສະໂລວາກີ

(VOVWORLD) - ໃນໄລຍະຈະມາເຖິງ, ກະຊວງອຸດສາຫະກຳການຄ້າ ຫວຽດນາມ ແລະ ກະຊວງເສດຖະກິດ ສ.ສະໂລວາກີ ຍູ້ແຮງບັນດາການເຄື່ອນໄຫວຮ່ວມມື, ແລກປ່ຽນຄະນະຜູ້ແທນ, ສະໜອງຂໍ້ມູນຂ່າວກ່ວາອີກ
ຍູ້ແຮງການຮ່ວມມືໃນຂົງເຂດການຄ້າລະຫວ່າງ ຫວຽດນາມ ແລະ ສະໂລວາກີ - ảnh 1ທ່ານ ເຈີ່ນຕ໋ວນເອງ ແລະ ທ່ານ Peter Ziga (ພາບ:TTXVN)

ເພື່ອຊຸກຍູ້ການພົວພັນແລກປ່ຽນວິສາຫະກິດ, ການຮ່ວມມືດ້ານການຄ້າ, ການລົງທຶນລະຫວ່າງ 2 ປະເທດ. ກ່າວຄຳເຫັນທີ່ການຕ້ອນຮັບທ່ານ Peter Ziga ລັດຖະມົນຕີກະຊວງເສດຖະກິດ ສ.ສະໂລວາກີ ໃນຕອນບ່າຍວັນທີ 25 ພະຈິກ ຢູ່ນະຄອນ ໂຮ່ຈີມິນ, ທ່ານ ເຈີ່ນຕ໋ວນເອງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຖືວ່າ: ກາລະໂອກາດ ແລະ ຄວາມສາມາດບົ່ມຊ້ອນໃຫ້ 2 ປະເທດ ຍັງຄົງໃຫຍ່ຫລວງຢູ່ ໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ.

        ສ່ວນທ່ານ Peter Ziga ຢືນຢັນວ່າ: ສະໂລວາກີ ຕີລາຄາສູງ ແລະ ຍາມໃດກໍ່ຖື ຫວຽດນາມ ແມ່ນຄູ່ຮ່ວມມືແຖວໜ້າຢູ່ ອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີ ເວົ້າລວມ. ທ່ານ Peter Ziga ຫວັງວ່າ ໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ຄັ້ງນີ້ ຈະບັນລຸໄດ້ບັນດາຂໍ້ຕົກລົງຕັ້ງໜ້າ ກັບຜູ້ຕາງໜ້າບັນດາອົງການທີ່ກ່ຽວຂ້ອງຂອງ ຫວຽດນາມ ກໍ່ຄືບັນດາວິສາຫະກິດ ຫວຽດນາມ ສືບຕໍ່ນຳບັນດາໂຄງການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ ລະຫວ່າງ 2 ຝ່າຍນັບມື້ນັບເຂົ້າສູ່ປະສິດທິຜົນ.

 

ຕອບກັບ

ຂ່າວ/ບົດ​ອື່ນ