ຍູ້ແຮງການຮ່ວມມືໃນຂະແໜງວິຊາອາຊີບ ລະຫວ່າງ ອາຊຽນ - ຈີນ

(VOVWORLD) -ກອງປະຊຸມໂຕະມົນ ກ່ຽວກັບການຮ່ວມມືໃນຂະແໜງວິຊາອາຊີບ ລະຫວ່າງ ຈີນ - ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຖືກດໍາເນີນໃນວັນທີ 31 ພຶດສະພາ ຢູ່ ນະຄອນຫຼວງ ປັກກິ່ງ, ປະເທດຈີນ.
ຍູ້ແຮງການຮ່ວມມືໃນຂະແໜງວິຊາອາຊີບ ລະຫວ່າງ ອາຊຽນ - ຈີນ - ảnh 1 ກອງປະຊຸມໂຕະມົນ ກ່ຽວກັບການຮ່ວມມືໃນຂະແໜງວິຊາອາຊີບ ລະຫວ່າງ ຈີນ - ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ພາບ: TTXVN)

ເປົ້າໝາຍຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອແນໃສ່ປະຕິບັດຄວາມຮັບຮູ້ລວມທີ່ບັນລຸໄດ້ໃນ ເວທີປາໄສຂັ້ນສູງການຮ່ວມມືສາກົນ “ໜຶ່ງແລວທາງ ແລະ ໜຶ່ງເສັ້ນທາງ” ເຊິ່ງຖືກຈັດຂຶ້ນໃນທ້າຍເດືອນ ເມສາ ຜ່ານມາ, ຜ່ານນັ້ນ ຊຸກຍູ້ການຮ່ວມມືໃນຂະແໜງວິຊາອາຊີບ ລະຫວ່າງ ອາຊຽນ - ຈີນ ພ້ອມກັນຮັບມືກັບບັນດາປັດໄຈທີ່ເຮັດໃຫ້ເສດຖະກິດໂລກໃນປັດຈຸບັນຂາດສະຖຽນລະພາບ. ທີ່ກອງປະຊຸມ, ມີການນໍາກວ່າ 20 ທ່ານ ຈາກບັນດາສະຫະສະມາຄົມການຄ້າ ລະດັບຊາດ ຂອງຈີນ ໄດ້ດໍາເນີນກອງປະຊຸມສົນທະນາກັບທູດການຄ້າຂອງບັນດາປະເທດ ອາຊຽນ ປະຈໍາ ຈີນ, ຜ່ານນັ້ນ ກໍພ້ອມກັນໄຈ້ແຍກ, ແລກປ່ຽນກ່ຽວກັບການຊຸກຍູ້ການພັດທະນາແບບໃໝ່ໃນຂົງເຂດລົງທຶນ, ການຄ້າລະຫວ່າງ ຈີນ ແລະ ອາຊຽນ ຜ່ານການຮ່ວມມືໃນຂະແໜງວິຊາອາຊີບ. ໂດຍໄດ້ຮູ້ມາວ່າ, ໄຕມາດ I/2019, ວົງເງິນການຄ້າສອງຝ່າຍ ບັນລຸ 137,1 ຕື້ USD; ອາຊຽນ ໄດ້ບືນຕົວຂຶ້ນກາຍເປັນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບທີ່ສອງຂອງ ຈີນ.  

ຕອບກັບ

ຂ່າວ/ບົດ​ອື່ນ