ຍູ້ແຮງການຮ່ວມສຳພັນ, ພັດທະນາຈາກບັນດາກຸ່ມຄອບຄົວ ແລະ ບັນດາສະຫະກອນ

ຍູ້ແຮງການຮ່ວມສຳພັນ, ພັດທະນາຈາກບັນດາກຸ່ມຄອບຄົວ ແລະ ບັນດາສະຫະກອນ  - ảnh 1
ຮອງນາ​ຍົກ​ລັດ​ຖະ​ມົນ​ຕີ​ວູ້​ວັນ​ນິງ​ລົ​ງ​ສຳຫຼວດ​ສະ​ພາບ​ຕົວ​ຈິງ


(vovworld)-  ຍູ້​ແຮງ​ການ​ຮ່ວມ​ສຳ​ພັນ, ພັດ​ທະ​ນາ​ຈາກ​ບັນ​ດາ​ກຸ່ມ​ຄອບ​ຄົວ ແລະ ບັນ​ດາ​ສະ​ຫະ​ກອນ ກາຍ​ເປັນ​ຮູບ​ແບບ​ສະ​ຫະ​ກອນ​ແບບ​ໃໝ່. ນີ້​ແມ່ນ​ຄຳ​ຊີ້​ນຳ​ຂອງ​ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ວູ້​ວັນ​ນິງ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດ ກໍ່​ສ້າງຊົນ​ນະ​ບົດ​ໃໝ່ ເມື່ອ​ລົງ​ໄປ​ສຳຫຼວດ ກວດ​ກາ​ສະ​ພາບ​ການ​ປະ​ຕິ​ບັດ​ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດ ກໍ່​ສ້າງຊົນ​ນະ​ບົດ​ໃໝ່ ຢູ່​ຕາ​ແສງ ດົງ​ຢາ ເມືອງ ກິມ​ແທ່ງ, ແຂວງ ຫາຍ​ເຢືອງ​ໃນ​ຕອນ​ເຊົ້າ​ວັນ​ທີ 10/7. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​​ຮອງນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ວູ້​ວັນ​ນິງ​ຊີ້​ແຈ້ງວ່າ ການຮ່ວມ​ສຳ​ພັນ, ພັດ​ທະ​ນາ​ຈາກ​ບັນ​ດາ​ກຸ່ມ​ຄອບ​ຄົວ ແລະ ບັນ​ດາ​ສະ​ຫະ​ກອນ ກາຍ​ເປັນ​ຮູບ​ແບບ​ສະ​ຫະ​ກອນ​ແບບ​ໃໝ່​ເພື່ອ​ສ້າງ​ຮູບ​ແບບ​ການ​ຜະ​ລິດ​ລວມ​ສູນ, ທັງ​ສາ​ມາດ​ສົມ​ທົບ​ແຫຼ່ງ​ກຳ​ລັງ​ແຮງ​ງານ, ທັງ​ສາ​ມາດ​ນຳ​ໃຊ້​ວິ​ທະ​ຍາ​ສາດ, ເຕັກ​ນິກ​ທີ່​ກ້າວ​ໜ້າ​ເຂົ້າ​ໃນ​ການ​ຜະ​ລິດ, ທັງ​ນີ້​ກໍ​ແມ່ນ​ເພື່ອຫຼຸດ​ຜ່ອນ​ຄວ​າ​ມ​ທຸກ​ຍາກ ແລະ ຮັບ​ປະ​ກັນ​ການ​ດຳ​ລົງ​ຊີ​ວິດ​ໃຫ້​ປະ​ຊາ​ຊົນ.
ຂ່າວ/ບົດ​ອື່ນ