ຍູ້ແຮງການຮ່ວມສຳພັນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ

(VOVWORLD) -ວັນທີ 31 ສິງຫາ, ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກ໋ວກຫຽນ ໄດ້ນຳໜ້າຄະນະປະຕິບັດງານຂອງສະພາແຫ່ງຊາດ ໄປເຮັດວຽກກັບຄະນະກຳມະການປະຊາຊົນນະຄອນເກີນເທີ ກ່ຽວກັບສະພາບການພັດທະນາເສດຖະກິດ, ສັງຄົມ ແລະ ໜ້າທີ່

ຍູ້ແຮງການຮ່ວມສຳພັນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ - ảnh 1 ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກ໋ວກຫຽນ

ເຮັດວຽກກັບຄະນະກຳມະການປະຊາຊົນນະຄອນເກີນເທີ

(ພາບ: TTXVN)

ມາດຕະການປະຕິບັດຄາດໝາຍເຕີບໂຕປີ 2017 ຂອງນະຄອນ ແລະ ທິດທາງ, ໜ້າທີ່ປີ 2018. ທີ່ການເຮັດວຽກ, ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກ໋ວກຫຽນ ໃສ່ໃຈວ່າ ນະຄອນເກີນເທີ ເຊິ່ງແມ່ນໃຂກາງເຂດທົ່ງພຽງແມ່ນ້ຳຂອງ ຕ້ອງພັດທະນາຕາມລວງເລິກ, ກຳນົດເສົາຄ້ຳພັດທະນາເຕັກໂນໂລຊີ, ເຕັກນິກທີ່ກ້າວໜ້າ, ຕ້ອງເລືອກເຟັ້ນການດຶງດູດນັບທັງຂົງເຂດອຸດສາຫະກຳ ແລະ ກະສິກຳ, ກໍ່ຄືເອົາໃຈໃສ່ເຖິງການຮ່ວມສຳພັນເຂດ. ຕາມທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກ໋ວກຫຽນ ແລ້ວ, ເກີນເທີ ຕ້ອງສວມບົດບາດນຳໜ້າ, ແມ່ນສູນກຳລັງໜູນ, ຊ້ຳບໍ່ໜຳຕ້ອງບັນລຸມາດຕະຖານຂອງທັງເຂດອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ