ຍູ້​ແຮງ​ຂະ​ບວນ​ການ​ຮ່ຳ​ຮຽນ​ຕະຫຼອດ​ຊີ​ວິດ

(VOVWORLD) -ພາຍຫຼັງ ຜັນຂະຫຍາຍມາເປັນເວລາ 7 ປີ, ບັນດາຂະບວນການແຂ່ງຂັນຮ່ຳຮຽນໄດ້ຮັບການຍົກສູງຢ່່າງເຫັນໄດ້ຊັດ.
ຍູ້​ແຮງ​ຂະ​ບວນ​ການ​ຮ່ຳ​ຮຽນ​ຕະຫຼອດ​ຊີ​ວິດ - ảnh 1ທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ຕອນບ່າຍວັນທີ 30 ພະຈິກ, ຢູ່ຮ່າໂນ້ຍ, ສູນກາງສົ່ງເສີມການຮຽນ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫຼຸບ “ການຍູ້ແຮງຂະບວນການຮ່ຳຮຽນຕະຫຼອດຊີວິດໃນຄອບຄົວ, ວົງຕະກຸນ, ປະຊາຄົມ ຮອດປີ 2020” (ແຜນຮ່າງ 281). ພາຍຫຼັງ ຜັນຂະຫຍາຍມາເປັນເວລາ 7 ປີ, ບັນດາຂະບວນການແຂ່ງຂັນຮ່ຳຮຽນໄດ້ຮັບການຍົກສູງຢ່່າງເຫັນໄດ້ຊັດ. ປັດຈຸບັນ, ທົ່ວປະເທດ ສະມາຄົມສົ່ງເສີມການຮ່ຳຮຽນມີສະມາຊິກກ່ວາ 21 ລ້ານຄົນ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຮອງນາຍົກລັດຖະມົນຕີ ຫວູດຶກດາມໃຫ້ຮູ້ວ່າ:

ພວກເຮົາຕ້ອງສືບຕໍ່ຍູ້ແຮງ ຂະບວນການຮ່ຳຮຽນກ່ວາອີກ, ສົ່ງເສີມຜູ້ມີຄວາມເກັ່ງກ້າສາມາດ, ສ້າງສັງຄົມ ເວົ້າລວມ ແລະ ເຮັດແນວໃດເພື່ອຊຸກຍູ້ຄອບຄົວ, ວົງຕະກຸນ, ປະຊາຄົມ ແລະ ຊຸກຍູ້ຮູບແບບແຕ່ຂັ້ນຕາແສງຂຶ້ນເຖິງ ຂັ້ນເມືອງ, ຮອດ ຂັ້ນແຂວງ ແລະ ທົ່ວປະເທດ. ຕາມນັ້ນແລ້ວ, ນີ້ບໍ່ແມ່ນບັນຫາສະເພາະຂອງກະຊວງສຶກສາ ແລະ ບຳລຸງສ້າງ ຫຼື ສະມາຄົມສົ່ງເສີມການຮຽນເທົ່ານັ້ນ, ຫາກຍັງ ຕ້ອງມີການເຂົ້າຮ່ວມຂອງທົ່ວລະບົບການເມືອງອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ