ຍູ້ແຮງຄວາມຄືບຫນ້າການຖອນທຶນ, ຫັນລັດວິສາຫະກິດເປັນຫຸ້ນສ່ວນ

(VOVWORLD) -ການລະບາດຂອງໂຄວິດ 19 ໄດ້ສົ່ງຜົນສະທ້ອນຮອບດ້ານເຖິງທຸກດ້ານຂອງເສດຖະກິດ ສັງຄົມ ພາຍໃນປະເທດ ແລະ ສາກົນ

ຍູ້ແຮງຄວາມຄືບຫນ້າການຖອນທຶນ, ຫັນລັດວິສາຫະກິດເປັນຫຸ້ນສ່ວນ - ảnh 1 ທ່ານ ເຈືອງຮວ່າບີງ, ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ກ່າວຄຳເຫັນທີ່ກອງປະຊຸມ

ພາບ:VGP

ວັນທີ 6 ສິງຫາ ຢູ່  ສຳນັກງານລັດຖະບານ, ທ່ານ ເຈືອງຮວ່າບີງ, ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ, ຫົວຫນ້າຄະນະຊີ້ນຳການປ່ຽນໃຫມ່ ແລະພັດທະນາວິສາຫະກິດ ເປັນປະທານກອງປະຊຸມສະຫລຸບ 6 ເດືອນຕົ້ນປີ 2020 ແລະ ຜັນຂະຫຍາຍຫນ້າທີ່ຊຸມເດືອນທ້າຍປີຂອງຄະນະຊີ້ນຳ.

ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ໄດ້ເນັ້ນຫນັກວ່າ: ນີ້ແມ່ນຊ່ວງເວລາສຸດທ້າຍເພື່ອປະຕິບັດແຜນການຂອງໄລຍະ 2016 – 2020. ບັນດາກະຊວງ ຂະແຫນງການ ກຸ່ມບໍລິສັດ, ບໍລິສັດໃຫຍ່ ຄວນຍູ້ໄວການປະກາດໃຊ້ບັນດາກົນໄກ, ນະໂຍບາຍໃຫ້ແກ່ໄລຍະຈະມາເຖິງ, ເປັນພື້ນຖານເພື່ອສ້າງແຜນການສ້າງໂຄງປະກອບຄືນໃຫມ່, ຫັນລັດວິສາຫະກິດເປັນຫຸ້ນສ່ວນ, ຖອນທຶນ ໄລຍະ2021 – 2025.

ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ຖືວ່າ: ການລະບາດຂອງໂຄວິດ 19 ໄດ້ສົ່ງຜົນສະທ້ອນຮອບດ້ານເຖິງທຸກດ້ານຂອງເສດຖະກິດ ສັງຄົມ ພາຍໃນປະເທດ ແລະ ສາກົນ, ໃນນັ້ນມີເລື່ອງຜັນຂະຫຍາຍວຽກງານຫັນລັດວິສາຫະກິດເປັນຫຸ້ນສ່ວນ, ການຖອນທຶນ ແລະຕະຫລາດຫລັກຊັບ. ຄຽງຂ້າງນັ້ນ ໃນສະພາບການດຳເນີນທຸລະກິດ ຍັງມີຮົ້ວກີດຂວາງຕໍ່ການພັດທະນາເສດຖະກິດພາກເອກະຊົນ;ກົດໝາຍ ຍັງບໍ່ທັນເປັນເອກະພາບ, ເລື່ອງຜັນຂະຫຍາຍຍັງຊັກຊ້າ, ຄວາມສາມາດສຳຜັດກັບບັນດາແຫລ່ງກຳລັງເພື່ອຮັບໃຊ້ການພັດທະນາການຜະລິດດຳເນີນທຸລະກິດທີ່ຍັງປະສົບກັບຄວາມຫຍຸ້ງຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ