ຍູ້ແຮງຄວາມຄືບໜ້າບັນດາໂຄງການຮ່ວມມືລະຫວ່າງ ຫວຽດນາມ ແລະ ADB

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໄດ້ຂອບໃຈການໜູນຊ່ວຍ, ຮ່ວມເດີນທາງຂອງ ADB ກັບ ຫວຽດນາມ ໃນຫຼາຍຂົງເຂດ ໃນໄລຍະກວ່າ 30 ປີຜ່ານມາ
ຍູ້ແຮງຄວາມຄືບໜ້າບັນດາໂຄງການຮ່ວມມືລະຫວ່າງ ຫວຽດນາມ ແລະ ADB - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ຕ້ອນຮັບທ່ານຜູ້ອຳນວຍການທະນາຄານພັດທະນາອາຊີ (ADB) Shantanu Chakraborty
(ພາບ: TTXVN)

        ວັນທີ 31 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ໄດ້ຕ້ອນຮັບທ່ານຜູ້ອຳນວຍການທະນາຄານພັດທະນາອາຊີ (ADB) Shantanu Chakraborty.

        ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໄດ້ຂອບໃຈການໜູນຊ່ວຍ, ຮ່ວມເດີນທາງຂອງ ADB ກັບ ຫວຽດນາມ ໃນຫຼາຍຂົງເຂດ ໃນໄລຍະກວ່າ 30 ປີຜ່ານມາ, ພິເສດແມ່ນການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກຢູ່ເຂດຫ່າງໄກສອກຫຼີກ, ເຂດທະເລໝູ່ເກາະ, ການພັດທະນາສາທາລະນະສຸກ, ການສຶກສາ, ພື້ນຖານໂຄງລ່າງຄົມມະນາຄົມ; ທ່ານຕີລາຄາສູງຄວາມມານະພະຍາຍາມຂອງ ADB ໃນການລະດົມແຫຼ່ງກຳລັງໃຫ້ແກ່ປະມານ 23 ໂຄງການຢູ່ ຫວຽດນາມ ໃນໄລຍະ 2023 – 2026. ໃນໄລຍະຈະມາເຖິງ, ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ 2 ຝ່າຍສົມທົບກັນຢ່າງແໜ້ນແຟ້ນ ເພື່ອຍູ້ໄວຄວາມຄືບໜ້າໃນການປະຕິບັດບັນດາໂຄງການທີ່ໄດ້ໃຫ້ຄຳໝັ້ນສັນຍາແລ້ວ. ພ້ອມກັນນັ້ນ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ກໍ່ສະແດງຄວາມສະໜັບສະໜູນການປະຕິຮູບ, ສ້າງໂຄງປະກອບອົງການຈັດຕັ້ງ, ບຸກຄະລາກອນຂອງ ADB ຄືນໃໝ່ ເພື່ອຍົກສູງປະສິດທິຜົນການອຸປະຖຳໃຫ້ແກ່ບັນດາປະເທດ.

        ສ່ວນທ່ານ Shantanu Chakraborty ເນັ້ນໜັກວ່າ, ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຂອງ ADB, ທ່ານປາດຖະໜາຢາກສົມທົບກັນກັບ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອສ້າງຄວາມກົມກຽວດ້ານລະບຽບການລະຫວ່າງ 2 ຝ່າຍ, ແນໃສ່ຊຸກຍູ້ການເຄື່ອນໄຫວໃຫ້ກູ້ຢືມຢູ່ ຫວຽດນາມ, ໂດຍສະເພາະແມ່ນບັນດາກິດຈະກຳຈຸດສຸມແຫ່ງຊາດ, ການເຕີບໂຕສີຂຽວ, ປະຕິບັດຄຳໝັ້ນສັນຍາຫຼຸດຜ່ອນການປ່ອຍອາຍຜິດ.

ຕອບກັບ

ຂ່າວ/ບົດ​ອື່ນ