ຍູ້ແຮງບັນດາການ ເຄື່ອນໄຫວສັງຄົມ, ຕອບບຸນແທນຄຸນ

ຍູ້ແຮງບັນດາການ ເຄື່ອນໄຫວສັງຄົມ, ຕອບບຸນແທນຄຸນ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ
ຕ້ອນຮັບ​ຄະນະ​ຜູ້​ແທນທີ່​ມີ​ຄຸນງາມຄວາມດີ​ແຂວງ​ເງະອານ
(ພາບ: TTXVN)


(vovworld) –  ຕອນບ່າຍ​ວັນ​ທີ 23/06, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນທີ່​ມີ​ຄຸນງາມຄວາມດີ​ແຂວງ​ເງະອານ, ມາຢ້ຽມຢາມ​ນະຄອນຫຼວງ​ຮ່າ​ໂນ້ຍ, ​ເຂົ້າ​​ໄຫ​ວ້ອາ​ໄລ​ຢູ່​ສຸສານ​ປະທານ​ໂຮ່ຈິ​ມິນ. ທ່ີ​ການ​ຕ້ອນຮັບ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ຮຽກຮ້ອງ​ໃຫ້​ແຂວງ ​ເງະອານ ຕ້ອງ​ສືບ​ຕໍ່​ຍູ້​ແຮງບັນດາວຽກ​ງານສັງຄົມ, ຕອບ​ບຸນ​ແທນ​ຄຸນ, ປະຕິບັດນະ​ໂຍບາຍ​ສຳລັບ​ຜູ້​ມີ​ຄຸນງາມຄວາມດີ​ເປັນ​ຢ່າງ​ດີ ດ້ວຍ​ຂະ​ບວນການ​ລະອຽດ​ຄື ລົບ​ລ້າງ​ຄວາມ​ອຶດຫິວ​, ຫຼຸດຜ່ອນ​ຄວາມທຸກ​ຍາກ, ບໍ່​ປະ​ໃຫ້​ຄອບຄົວ​ນະ​ໂຍບາຍ​ທີ່ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ບໍ່​ມີ​ເຮືອນ​ຢູ່… ພິ​ເສ​ດ​ບັນຫາ​ວຽກ​ເຮັດ​ງານ​ທຳ ​ແລະ ການ​ຮໍ່າຮຽນ​ຂອງ​ລູກ​ຫຼານຜູ້​ມີ​ຄຸນງາມຄວາມດີ, ບັນດາ​ຄອບຄົວ​ປະສົບ​ເຄາະ​ຮ້າຍ​ຈາກທາດ​ຜິດ​ສີ​ສົ້ມ​, ທະຫານ​​ເຈັບປ່ວຍ​ຕ້ອງ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ກວ່າ. ຜູ້ຕາງໜ້າຄະນະ​ຜູ້​ແທນທີ່​ມີ​ຄຸນງາມຄວາມດີ​ແຂວງ​ເງະອານ ປາດ​ຖະໜາວ່າ ລັດຖະບານ​ຈະສືບ​ຕໍ່​ເອົາ​ໃຈ​ໃສ່ກວ່າ​ອີກ​ເຖິງ​ເປົ້າ​ໝາຍ​ນະ​ໂຍບາຍ, ພິ​ເສດ​ແມ່ນ​ບັນດາຜູ້ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ຜິດ​ສີ​ສົ້ມ​, ປະຕິບັດ​ວຽກ​ງານ​ແນວ​ຫຼັງກອງທັບ​ເພື່ອ​ໃຫ້​ບັນດາ​ພະນັກງານ, ນັກຮົບ​ອຸ່​ນອ່ຽນ​ໃຈປະຕິບັດ​ໜ້າ​ທີ່​ປົກ​ປັກ​ຮັກ​ສາ​ອະທິປະ​ໄຕ​ເຂດ​ທະ​ເລ, ໝູ່​ເກາະ​ຂອງ​ປະ​ເທ​ດຊາດ.

ຂ່າວ/ບົດ​ອື່ນ