ຍູ້ແຮງບັນດາການເຄື່ອນໄຫວພົບປະແລກປ່ຽນມິດຕະພາບຊາວໜຸ່ມຫວຽດນາມ-ຈີນ

ຍູ້ແຮງບັນດາການເຄື່ອນໄຫວພົບປະແລກປ່ຽນມິດຕະພາບຊາວໜຸ່ມຫວຽດນາມ-ຈີນ - ảnh 1
​ທ່ານ ​ເລກ​ວກຟອງ ພົບ​ປະ​ກັບ​ ທ່ານ ຈີ່​ນອີ໋ຈື
(ພາບ: ມາຍເຈີມ)

(vovworld) – ​ ​ໃນ​ຂອບ​ເຂດງານ​ມະ​ໂຫລານ​ຊາວ​ໜຸ່ມ ຫວຽດນາມ - ຈີນ ຄັ້ງ​ທີ 3 ປີ 2016, ຕອນ​ບ່າຍ​ວັນ​ທີ 07/11 ຢູ່ ຮ່າ​ໂນ້ຍ, ​ທ່ານ ​ເລກ​ວກຟອງ ເລຂາ​ຜູ້​ທີໜຶ່ງ​ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ ​ໄດ້ພົບ​ປະ​ກັບ​ທ່ານ ຈີ່​ນອີ໋ຈື ​ເລຂາ​ຜູ້​ທີ​ໜຶ່ງສູນ​ກາງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ ຈີນ. ນະ​ທີ່​ນີ້ທ່ານ ​ເລກ​ວກຟອງ ເລຂາທິການ​ຜູ້​ທີໜຶ່ງ​ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ ຢືນຢັນ​ວ່າ: ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ, ຕີ​ລາຄາ​ສູງ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ກັບ​ຄະນະ​ຊາວ​ໜູ່ມກອມ​ມູນິດ ຈິນ. ທ່ານ ເລກ​ວກຟອງ ຖື​ວ່າ: 2 ຝ່າຍ​ຄວນ​ປະຕິບັດ​ບັນດາ​ຂໍ້​ຕົກລົງ, ຖະ​ແຫຼ​ງການ​ຮ່ວມ​​ເຊິ່ງການ​ນຳ​ຂັ້ນ​ສູງ 2 ພັກ, 2 ລັດ​ບັນລຸ​ໄດ້​ເປັນ​ຢ່າງ​ດີ. ພ້ອມ​ທັງ ສະ​ເໜີ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ 2 ຝ່າຍ​ຄວນ​ສືບ​ຕໍ່​ຍູ້​ແຮງ​ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ມິດຕະພາບ, ກໍ່ສ້າງ​ພະນັກງານ; ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ນັກທຸລະກິດ​ໜຸ່ມ 2 ປະ​ເທດ​ກ່ວາ​ອີກ ​ເພື່ອ​ແນ​ໃສ່​ແບ່ງປັນ​ບົດຮຽນ ​ແລະ ຊອກ​ຫາ​ກາລະ​ໂອກາດ​ການ​ລົງທຶນ​ຢູ່​ແຕ່ລະ​ປະ​ເທດ, ສ້າງ​ເງື່ອນ​ໄຂ ​ເພື່ອ​ໃຫ້​ບັນດາ​ແຂວງ, ນະຄອນ​ຕິດ​ກັບ​ຊາຍ​ແດນ​ ​ຂອງ 2 ປະ​ເທ​ດ ​ແຮກສ່ຽວ​ໄດ້​ນຳ​ກັນສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​​ແລກປ່ຽນ​ມິດຕະພາບ​ຊາວ​ໜຸ່ມ, ​ເຍົາວະ​ຊົນ. ພ້ອມນັບ​ທັງ 2 ຝ່າຍ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ ​ເພື່ອ​ໃຫ້​ຖັນ​ແຖວ​ນັກ​ຂ່າວ​ໜຸ່ມ, ພະນັກງານ​​ເຮັດວຽກ​ງານ​ສື່​ມວນ​ຊົນ​ຂອງ​ຄະນະຊາວ​ໜຸ່ມ​ມີ​ໂອກາດພົບ​ປະ​ແລກປ່ຽນ​ບົດຮຽນ, ວິ​ຊາ​ການ.

ຂ່າວ/ບົດ​ອື່ນ