ຍູ້ແຮງພັດທະນາອຸດສາຫະກຳການຢາຫວຽດນາມໃຫ້ກາຍເປັນຂະແໜງປາຍແຫຼມ

ຍູ້ແຮງພັດທະນາອຸດສາຫະກຳການຢາຫວຽດນາມໃຫ້ກາຍເປັນຂະແໜງປາຍແຫຼມ - ảnh 1
(​ສືບ​ຕໍ່​​ວາລະ​ປະຊຸມ​ເທື່ອ​ທີ 45)

(vovworld) - ​ໂດຍ​ສືບ​ຕໍ່​​ວາລະ​ປະຊຸມ​ເທື່ອ​ທີ 45, ຕອນ​ເຊົ້າ​ວັນ​ທີ 23/02, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ບົດ​ລາຍ​ງານ​ອະພິປາຍ, ຮັບ​​ເອົາ​ຄຳ​ເຫັນ​ໃສ່ຂອງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ຢາ (ສະບັບ​ປັບປຸງ). ຜ່ານ​ການ​ປຶກສາ​ຫາລື, ບັນດາ​ສະມາຊິກສະພາ​ແຫ່ງ​ຊາດໄດ້​ເຫັນ​ດີ​ເປັນ​ເອກະສັນ​ຕໍ່​ຫລາຍເນື້ອ​ໃນທີ່​ໄດ້​ຮັບ​ຟັງ, ປັບປຸງ, ທີ່​ກ່ຽວຂ້ອງ​ເຖິງຂໍ້​ກຳນົດ​ກ່ຽວກັບ​ການອອກໜັງສື​ດຳ​ເນີນ​ອາຊີບ​ການ​ຢາ. ບັນດາສະມາຊິກ​ກໍ່​ຖື​ວ່າ: ​ເລື່ອງ​ກຳນົດ​ທິດ​ພັດທະນາ​ທົ່ວ​ຂະ​ແໜງ​ອຸດສາຫະກການ​ຢາຳ​ຢູ່ ຫວຽດນາມ ​ໃຫ້ກາຍ​ເປັນ​ຂະ​ແໜງ​ອຸດສາຫະກຳ​ປາຍ​ແຫຼມ ​ແມ່ນ​ກຳນົດ​ທິດ​ອັນ​ຍາວ​ນານ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ຮ່າງ​ກົດໝາຍ​ຄວນ​ກຳນົດ​ສືບຕໍ່ບຸລິມະສິດ​ພັດທະນາ​ອຸດສາຫະກຳ​ການ​ຢາ ​ແລະ ສຸມ​ໃສ່​ພັດທະນາ​ຂະ​ແໜງ​ອຸດສາຫະກຳປຸງ​ແຕ່ງຜະລິດ​ ​ຢາ, ຢາ​ພື້ນ​ເມືອງ, ນັ້ນ​ແມ່ນ​ທ່າ​ແຮງ​ທີ່​ມີ​ຢູ່​ແລ້ວຂອງ ຫວຽດນາມ.

        ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ມະຕິ​ກ່ຽວກັບ​ໂຄງ​ປະກອບ, ການຈັດ​ຕັ້ງພາລະ​ໜ້າ​ທີ່​ຂອງກຳມາ​ທິການ​ແກ້​ໄຂ​ຄຳ​ຮ້ອງ​ຂອງ​ປະຊາຊົນ.

 

ຂ່າວ/ບົດ​ອື່ນ