​ຍູ້​ແຮງວຽກ​ງານກວດ​ກາ ແລະ ແກ້​ໄຂ​ບັນ​ດາ​ການ​ລະ​ເມີດ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ການ​ປະ​ຢັດ​ຢ່າງ​ເຂັ້ມ​ງວດ

(VOVWORLD) - ຄະນະປະຈຳສະພາແຫ່ງຊາດ ໃຫ້ຄຳເຫັນເຂົ້າໃນບົດລາຍງານໝາກຜົນການຕິດຕາມກວດກາຫົວເລື່ອງສະເພາະ “ການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບວຽກງານວາງແຜນຜັງ ນັບແຕ່ເມື່ອກົວໝາຍວ່າດ້ວຍການວາງແຜນຜັງມີຜົນບັງຄັບໃຊ້”.
​ຍູ້​ແຮງວຽກ​ງານກວດ​ກາ ແລະ ແກ້​ໄຂ​ບັນ​ດາ​ການ​ລະ​ເມີດ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ການ​ປະ​ຢັດ​ຢ່າງ​ເຂັ້ມ​ງວດ - ảnh 1

 ວາລະປະຊຸມຄັ້ງທີ 10 ຂອງຄະນະປະຈຳສະພາແຫ່ງຊາດ (ພາບ:VOV)

   ໂດຍສືບຕໍ່ວາລະປະຊຸມຄັ້ງທີ 10 ຂອງຄະນະປະຈຳສະພາແຫ່ງຊາດ, ຕອບເຂົ້າວັນທີ 25 ເມສາ, ຄະນະປະຈຳສະພາແຫ່ງຊາດ ໄດ້ໃຫ້ຄຳເຫັນເຂົ້າໃນບົດລາຍງານໝາກຜົນການປະຕິບັດການປະຢັດ, ຕ້ານການຟຸມເຟືອຍໃນປີ 2021 ຂອງລັດຖະບານ. ຄະນະປະຈຳສະພາແຫ່ງຊາດສະເໜີວ່າ ປີ 2022 ຕ້ອງເພີ່ມທະວີການປະຕິບັດການປະຢັດ, ຕ້ານການຟຸມເຟືອຍຢູ່ບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ ແລະ ຄະນະກຳມະການ ປຊຊ ຂັ້ນຕ່າງໆ. ສ້າງແຜນການປະຕິບັດບັນດາເປົ້າໝາຍ, ດັດຊະນີການປະຢັດໃນແຕ່ລະຂົງເຂດທີ່ຕົນເອງຮັບຜິດຊອບ, ໃນນັ້ນ ຕ້ອງຈັດແບ່ງຢ່າງລະອຽດ ຈະແຈ້ງຄວາມຮັບຜິດຊອບຂອງແຕ່ລະອົງການຈັດຕັ້ງ, ຫົວໜ່ວຍ, ພະນັກງານ, ພາລະກອນ, ລັດຖະກອນແຕ່ລະຄົນ.

   ທີ່ວາລະປະຊຸມໃນຕອນບ່າຍ, ຄະນະປະຈຳສະພາແຫ່ງຊາດ ໃຫ້ຄຳເຫັນເຂົ້າໃນບົດລາຍງານໝາກຜົນການຕິດຕາມກວດກາຫົວເລື່ອງສະເພາະ “ການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບວຽກງານວາງແຜນຜັງ ນັບແຕ່ເມື່ອກົດໝາຍວ່າດ້ວຍການວາງແຜນຜັງມີຜົນບັງຄັບໃຊ້”.

ຕອບກັບ

ຂ່າວ/ບົດ​ອື່ນ