ຍູ້​ແຮງວຽກ​ງານ​ກະ​ຕຸ້ນ​ການ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ

(VOVWORLD) - ຜ່ານ 2 ເດືອນເຕັມແລ້ວ, ຫວຽດນາມ ບໍ່ພົບຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກໃນຊຸມຊົນ, ແຕ່ໂລກລະບາດ Covid – 19 ຍັງກໍ່ຜົນສະທ້ອນຢ່າງຮ້າຍແຮງຕໍ່ເສດຖະກິດ - ສັງຄົມ, ເປັນຕົ້ນແມ່ນຂະແໜງການທ່ອງທ່ຽວ.
ຍູ້​ແຮງວຽກ​ງານ​ກະ​ຕຸ້ນ​ການ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ - ảnh 1ທ່ານຫງວຽນງອັກຖ້ຽນລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ 

ທ່ານ ຫງວຽນງອກທ້ຽນ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຖືວ່າ: ຂະແໜງການທ່ອງທ່ຽວສືບຕໍ່ປະຕິບັດຍຸດທະສາດກະຕຸ້ນການທ່ອງທ່ຽວພາຍໃນປະເທດ “ຊາວຫວຽດນາມບຸລິມະສິດໄປທ່ອງທ່ຽວ ຫວຽດນາມ” ແລະ “ທ່ອງທ່ຽວ ຫວຽດນາມ ຢ່າງປອດໄພ”, ແຕ່ໜ້າທີ່ປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ຍັງຕ້ອງການໄດ້ຮັບບຸລິມະສິດຢູ່ແຖວໜ້າ. ປັດຈຸບັນ, ຫວຽດນາມຍັງບໍ່ທັນສາມາດ ເປີດປະຕູຮັບແຂກທ່ອງທ່ຽວສາກົນໄດ້ເທື່ອ ແຕ່ຂະແໜງທ່ອງທ່ຽວຍັງຄົງສືບຕໍ່ໂຄສະນາ ແລະ ກຽມພ້ອມການຕ້ອນແຂກທ່ອງທ່ຽວສາກົນໃນໄລຍະຫຼັງໂລກລະບາດ, ເປີດປະຕູຄືນໃໝ່. ທ່ານ ຫງວຽນງ້ອກທ້ຽນເນັ້ນໜັກວ່າ:

ໜຶ່ງໃນບັນດາໜ້າທີ່ສຳຄັນຂອງຂະແໜງການທ່ອງທ່ຽວໃນປັດຈຸບັນນັ້ນແມ່ນ ຕ້ອງບຸລິມະສິດການໜູນຊ່ວຍໃຫ້ແກ່ບັນດາວິສາຫະກິດ ແລະ ຜູ້ອອກແຮງງານໃນຂົງເຂດການທ່ອງທ່ຽວ. ເພາະວ່າ ໃນສະພາບຕົວຈິງ ໃນປີທີ່ຜ່ານມາ ວິສາຫະກິດ ແລະ ຜູ້ອອກແຮງງານດ້ານການທ່ອງທ່ຽວປະສົບຄວາມຫຍຸ້ງຍາກຫຼາຍຢ່າງ. ຫວ່າງແລ້ວນີ້, ລັດຖະບານກໍ່ມີບັນດາບ້ວງເງິນໜູນຊ່ວຍ ໃຫ້ແກ່ວິສາຫະກິດ, ແຕ່ເຮັດແນວໃດເພື່ອໃຫ້ວິສາຫະກິດສຳມາດສຳຜັດກັບບັນດາບ້ວງເງິນນີ້, ເພື່ອໃຫ້ບັນດາວິສາຫະກິດການທ່ອງທ່ຽວຜ່ານຜ່າໄລຍະປະສົບຄວາມຫຍຸ້ງຍາກນີ້, ຄາວນັ້ນຈຶ່ງເວົ້າເຖິງການພັດທະນາໃນໄລຍະຕໍ່ໄປ.

ຕອບກັບ

ຂ່າວ/ບົດ​ອື່ນ