ຍູ້ແຮງວຽກງານຄຸ້ມຄອງລັດກ່ຽວກັບປ້ອງກັນຊາດປ້ອງກັນຄວາມສະຫງົບເຂດຕາເວັນຕົກສຽງເໜືອ

ຍູ້ແຮງວຽກງານຄຸ້ມຄອງລັດກ່ຽວກັບປ້ອງກັນຊາດປ້ອງກັນຄວາມສະຫງົບເຂດຕາເວັນຕົກສຽງເໜືອ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟູກ

(vovworld) -  ຕອນ​ເຊົ້າ​ວັນ​ທີ 4/8, ຢູ່​ແຂວງ ຕວຽນ​ກວາງ, ຄະນະ​ຊີ້​ນຳ​ເຂດຕາ​ເວັນ​ຕົກ​ສຽງ​ເໜືອ ຈັດ​ຕັ້ງ​ກອງ​ປະຊຸມ​ຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຢູ່ບາງ​ແຂວງ​ເຂດ​ພູພຽງ ​ແລະ ພູດ​ອຍທາງ​ພາກເໜືອ​ປີ 2015. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟູກ, ຫົວໜ້າຄະນະ​ຊີ້​ນຳ​​ເຂດຕາ​ເວັນ​ຕົກສຽງ​ເໜືອ ​ເປັນ​ປະທານ​ກອງ​ປະຊຸມ. ທີ່​ກອງ​ປະ​ຊຸມ, ບັນດາ​ຜູ້​ແທນ​ຖື​ວ່າ: ​ເຖິງ​ວ່າ​ຍັງປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງກໍ່ຕາມ, ​ແຕ່​ດ້ວຍ​ຄວາມ​ມານະ​ພະຍາຍາມ​ຂອງ​ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ບັນດາ​ເຜົ່າ​ໃນ​ເຂດ, ວຽກ​ງານ​ຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍຢູ່​ເຂດ​ຕາ​ເວັນ​ຕົກ​ສຽງເໜືອ ບັນລຸ​ໄດ້​ບັນດາ​ໝາກຜົນ​ທີ່​ສຳຄັນ. ຄວາມໝັ້ນຄົງ​ດ້ານ​ການ​ເມືອງ​ໄດ້​ຮັກສາ​​ໄວ້​, ຄວາມ​​ເປັນລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ​​ມີ​ສະຖຽນ​ລະ​ພາບ​ໂດຍ​ພື້ນຖານ, ສະກັດ​ກັ້ນ​ການ​ເຄື່ອນ​ໄຫວ​ມ້າງ​ ທຳລາຍ​ຂອງ​ອິດ​ທິກຳລັງທີ່​ເປັນ​ປໍ​ລະ​ປັນ​ ແລະ ພວກ​ບໍ່​ດີ, ຄວບ​ຄຸມການ​ເຄື່ອນ​ໄຫວ​ອາດ​ຊະ​ຍາ​ກຳກ່ຽວ​ກັບ​ຢາ​ເສບ​ຕິດ, ການຄ້າມະນຸດ. ບັນດາ​ຜູ້​ແທນ​ກໍ​ຖື​ວ່າ: ຕ້ອງ​ຍູ້​ແຮງ​ວຽກ​ງານ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ບໍລິ​ເວນ​ເຂດ, ດ້ວຍ​ການ​ສຸມ​ໃສ່​ຕໍ່ສູ້​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ໂຄສະນາ​ຂອງ​ອົງການ​ຜິດ​ກົດໝາ​ຍ, ​ເປັນ​ເຈົ້າ​ການ​ບຸກ​ໂຈມ​ຕີ​ອາດຊະຍາ​ກອນ,​ບໍ່​ປະ​ໃຫ້​ພວກ​ບໍ່​ດີ​ສວຍ​ໃຊ້​ແບ່ງ​ແຍກ​ກຸ່ມ​ກ້ອນ​ມະຫາ​ສາມັກຄີບັນດາ​ເຜົ່າ​. ພ້ອມ​ທັງ ​ເອົາ​ໃຈ​ໃສ່​ເຖິງ​ຄວາມ​ຮຽກຮ້ອງ​ຕ້ອງການ​ອັນ​ຊອບ​ທຳກ່ຽວກັບ​ວັດທະນະທຳ, ການ​ເຊື່ອ​ຖືສາສະໜາ​ຂອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ຕິດ​ພັນ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ທ້ອງ​ຖິ່ນ.

ຂ່າວ/ບົດ​ອື່ນ