ຍູ້ແຮງວຽກງານພົວພັນຕ່າງປະເທດປະຊາຊົນກ່ວາອີກ

ຍູ້ແຮງວຽກງານພົວພັນຕ່າງປະເທດປະຊາຊົນກ່ວາອີກ - ảnh 1
ທ່ານ ອວງຈູລືວ ເປັນປະທານຄະນະ​ກຳມະການ​ສັນຕິພາບ​ ຫວຽດນາມ ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ອາຍຸ​ການ 2013 – 2018
(ພາບ: An Đăng/TTXVN)

(vovworld) - ວັນ​ທີ 11/10, ຢູ່​ຮ່າ​ໂນ້ຍ, ຄະນະ​ກຳມະການ​ສັນຕິພາບ​ ຫວຽດນາມ ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ອາຍຸ​ການ 2013 – 2018. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​​ໃຫຍ່, ທ່ານ​ນາງຮອງ​ປະທານ​ປະ​ເທດ ຫວຽດນາມ ຫງວຽນ​ທິຢວານ ​ເນັ້ນ​ໜັກ​ໜ້າ​ທີ່​ວາງ​ອອກ​ໃຫ້​ຄະນະ​ກຳມະການ​ສັນຕິພາບ ຫວຽດນາມ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ເວົ້າ​ສະ​ເພາະ ​ແລະ ຂະ​ແໜງ​ພົວພັນ​ຕ່າງປະ​ເທດ​ປະຊາຊົນ​ເວົ້າ​ລວມຕ້ອງ​ສືບ​ຕໍ່​ສົມທົບ​ກັບ​ບັນດາ​ອົງ​ການ​ພົວພັນ​ຕ່າງປະ​ເທດ​ຂອງພັກ ​ແລະ ການ​ທູດ​ຂອງ​ລັດ​ກ່ວາ​ອີກ ​ເພື່ອ​ເຄື່ອນ​ໄຫວ​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ມີ​ກຳລັງ​ແຜ່​ລາມ​ໃນ​ປະຊາຊົນ​ທຸກ​ຊັ້ນ​ວັນນະ, ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ສາກົນຢ່າງ​ບໍ່​ຢຸດ​ຢັ້ງ, ປົກ​ປ້ອງ​ສິດຜົນປະ​ໂຫຍດ, ອະທິປະ​ໄຕ​​ແຫ່ງ​ຊາດ ​ແລະ ປະກອບສ່ວນ​ປັບປຸງ, ຍົກ​ສູງ​ທີ່​ຕັ້ງ​ບົດບາດ, ອິດ​ທິພົນ​ຊື່​ສຽງ​ຂອງ ຫວຽດນາມ ​ໃນ​ເວທີ​ສາກົນ.

ຂ່າວ/ບົດ​ອື່ນ