ຍູ້ແຮງວຽກງານຫັນເປັນດີຈີຕອນໃນກະສິກຳ

(VOVWORLD) -ນີ້ແມ່ນເຫດການເປີດສາກໃນບັນດາເຫດການເຈລະຈານະໂຍບາຍ ແລະ ສື່ສານກ່ຽວກັບການພັດທະນາກະສິກຳຂຽວ, ກາກບອນຕ່ຳ ແລະ ຍືນຍົງ
ຍູ້ແຮງວຽກງານຫັນເປັນດີຈີຕອນໃນກະສິກຳ - ảnh 1(ພາບ: FB World Bank Vietnam)

ຕອນເຊົ້າວັນທີ 30 ພະຈິກ, ຢູ່ ຮ່າໂນ້ຍ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ສົມທົບກັບທະນາຄານໂລກ ປະຈຳ ຫວຽດນາມ ດຳເນີນການເຈລະຈານະໂຍບາຍຂັ້ນສູງກ່ຽວກັບ “ການຫັນປ່ຽນໄປສູ່ລະບົບທັນຍາຫານ, ສະບຽງອາຫານຂຽວ, ຫຼຸດຜ່ອນການປ່ອຍອາຍພິດ”.

        ນີ້ແມ່ນເຫດການເປີດສາກໃນບັນດາເຫດການເຈລະຈານະໂຍບາຍ ແລະ ສື່ສານກ່ຽວກັບການພັດທະນາກະສິກຳຂຽວ, ກາກບອນຕ່ຳ ແລະ ຍືນຍົງ ໂດຍກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ສົມທົບກັບທະນາຄານໂລກ ປະຈຳ ຮ່າໂນ້ຍ ຈັດຂຶ້ນ.

        ບັນດາຫົວຂໍ້ຕົ້ນຕໍທີ່ໄດ້ຄັດເລືອກໃຫ້ວາລະເຈລະຈາຂັ້ນສູງໃນບັນດາເຫດການນີ້ລວມມີ: ເພີ່ມທະວີລະບົບທັນຍາຫານ, ສະບຽງອາຫານປອດສານພິດ; ປັບປຸງບັນດານະໂຍບາຍ, ການອຸດໜູນສາທາລະນະ ແລະ ຊຸກຍູ້ການເງິນ; ລະບົບທັນຍາຫານ ສະບຽງອາການປອດສານພິດ ແລະ ກວມລວມ.

ຕອບກັບ

ຂ່າວ/ບົດ​ອື່ນ