ຍູ້ແຮງວຽກງານເບິ່ງແຍງຄົນທຸກຍາກໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ

     ຍູ້ແຮງວຽກງານເບິ່ງແຍງຄົນທຸກຍາກໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ   - ảnh 1
ທ່ານ​ຫງວຽນ​ຖ້ຽນ​ເຍີນ ປະ​ທານ ຄະ​ນະ​ກຳ​ມະ​ການ​ສູນ​ກາງ ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ

(vovworld)- ວັນ​ທີ 17/10/2000 ກ່ອນນີ້ 16ປີ, ຕອບ​ສະ​ໜອງວັນ​ໂລກ​ຕ້ານ​ຄວາມ​ອຶດ​ຫິວ​ທຸກ​ຍາກ, ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ບົນ​ພື້ນ​ຖານ​ມີ​ຄວາມ​ເປັນ​ເອ​ກະພາບກັ​ບ​ລັດ​ຖະ​ບານ ໄດ້​ຜັນ​ຂະ​ຫຍາຍບັ້ນ​ຂົນ​ຂວາຍ “ ວັນ​ເພື່ອ​ຄົນ​ທຸກ​ຍາກ” ຕິດ​ພັນ​ກັບ​ເລື່ອງນີ້ ແມ່ນ​ການ​ສ້າງກອງ​ທຶນ​ເພື່ອ​ຄົນ​ທຸກ​ຍາກ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ. ແຕ່​ລະ​ປີ, ຄະ​ນະ​ປະ​ຈຳ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ໄດ້​​ປຸກ​ລະ​ດົມເດືອນຍອດ​ສູງ​ເພື່ອ​ຄົນ​ທຸກ​ຍາກ(ແຕ່​ວັນ​ທີ 17/10 ຫາ​ວັນ​ທີ 18/11). ຕອບ​ສຳ​ພາດ​ນັກ​ຂ່າວ VOV , ທ່ານ​ຫງວຽນ​ຖ້ຽນ​ເຍີນ ປະ​ທານ ຄະ​ນະ​ກຳ​ມະ​ການ​ສູນ​ກາງ ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຖື​ວ່າ :  

  “ ຕ​າ​ມມາດຖານ​ໃໝ່, ປະ​ຈຸ​ບັນ, ທົ່ວ​ປະ​ເທດ​ມີກວ່າ 2,3 ລ້ານ​ຄອບ​ຄົວ​ທຸກ​ຍາກ, ກໍ​ຄື 1,2 ລ້ານ​ຄອບ​ຄົວ​ຂ້ອນ​ຂ້າງ​ທຸກ​ຍາກ. ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ, ພວກ​ເຮົາ​ປະ​ຕິ​ບັດ​ບັ້ນ​ຂົນ​ຂວ​າຍ​ດ້ວຍ​ທິດ​ນຳ​ຕົ້ນ​ຕໍ​ແມ່ນ​ສົມ​ທົບ​ແຫຼ່ງ​ກຳ​ລັງ. ແຫຼ່ງ​ກຳ​ລັງ​ຂອງ​ລັດ, ແຫຼ່ງ​ກຳ​ລັງ​ຂອງ​ບັນ​ດາ​ຄອບ​ຄົວເອງ, ແຫຼ່ງ​ກຳ​ລັງ​ຂອງ​ສັງ​ຄົມ​ໂດຍ​ຜ່ານ​ການ​ຂົນ​ຂວາຍ​ຂອງ ແນວ​ໂຮມ​ປະ​ເທດ​ຊາດ ແລະ ບັນ​ດາ​ອົງ​ການ​ພາ​ຄີ, ເປັນ​ຕົ້ນ​ແມ່ນກອງ​ທຶນ​ເພື່ອ​ຄົນ​ທຸກ​ຍາກ. ພວກ​ເຮົາ​ຈະ​ສະ​ຫງວນຫຼາຍ​ພໍ​ສົມ​ຄວນ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງ​ການ​ໂດຍ​ພື້ນ​ຖານ​ຂອງ​ມະ​ນຸດ​ໃນ​ສັງ​ຄົມ, ນັ້ນ​ແມ່ນ​ເຮືອນ​ຢູ່, ຊວ່ຍ​ຄົນ​ທຸກ​ຍາກ​ມີ​ເຮືອນ​ຢູ່​ທີ່​ດີກວ່າ​ເກົ່າ. ”
ຂ່າວ/ບົດ​ອື່ນ