ຍູ້ແຮງວຽກງານໂຄສະນາເຜີຍແຜ່,ຂົນຂວາຍເຂດຊົນເຜົ່າສ່ວນໜ້ອຍ,ເຂດພູດອຍ, ຊາຍແດນ,ໝູ່ເກາະ

ຍູ້ແຮງວຽກງານໂຄສະນາເຜີຍແຜ່,ຂົນຂວາຍເຂດຊົນເຜົ່າສ່ວນໜ້ອຍ,ເຂດພູດອຍ,  ຊາຍແດນ,ໝູ່ເກາະ - ảnh 1
ທີ່ກອງ​ປະຊຸມ​ສຳ​ມະ​ນາ​ຍູ້​ແຮງວຽກ​ງານ​ໂຄສະນາ​ເຜີຍ​ແຜ່, ຂົນ
ຂວາຍ​​ເຂດຊົນ​ເຜົ່າ​ສ່ວນ​ໜ້ອຍ,ເຂດ​ພູດ​ອຍ,ຊາຍ​ແດນ, ​​ໝູ່​ເກາະ​
(ພາບ: cema.gov.vn)


(vovworld) – ກອງ​ປະຊຸມ​ສຳ​ມະ​ນາ​ປະກອບ​ຄຳ​ເຫັນ​​​ໃສ່ແຜນ​ຮ່າງ “ຍູ້​ແຮງວຽກ​ງານ​ໂຄສະນາ​ເຜີຍ​ແຜ່, ຂົນຂວາຍ​​ເຂດຊົນ​ເຜົ່າ​ສ່ວນ​ໜ້ອຍ, ​ເຂດ​ພູດ​ອຍ, ​ຊາຍ​ແດນ, ​ ​​ໝູ່​ເກາະ​ໄລຍະ 2016-2020” ​ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 12/5, ຢູ່ ຮ່າ​ໂນ້ຍ, ນະ​ທີ່​ນີ້, ບັນດາ​ຜູ້​ແທນ​ຢືນຢັນ​ວ່າ​: ວຽກ​ງານ​ໂຄສະນາ​ເຜີຍ​ແຜ່, ຂົນຂວາຍ​​ພໍ່​ແມ່​ປະຊາຊົນ​ບັນດາ​ເຜົ່າ​ສ່ວນ​ໜ້ອຍ ​ແລະ ​ເຂດພູດ​ອຍ, ​ຊາຍ​ແດນ, ​ ​​ໝູ່​ເກາະ​ ​ແມ່ນ​ໜ້າ​ທີ່​ລວມຂອງ​ລະບົບ​ການ​ເມືອງ. ຈຸດປະສົງ​ແມ່ນ​ເຮັດ​ໃຫ້​ພໍ່​ແມ່​ປະຊາຊົນ​ເຂົ້າ​ໃຈ​ຢ່າງຖືກຕ້ອງ ​ແລະ ມີ​ຄວາມ​ ຕື່ນ​ຕົວ​ໃນ​ການ​ປະຕິບັດ​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ​ເປັນ​ຢ່າງ​ດີ; ພັດທະນາ​ຮອບດ້ານ​ກ່ຽວ​ກັບ​ເສດຖະກິດ, ການ​ເມືອງ​, ວັດທະນະທຳ, ສັງຄົມ, ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່​ເຂດ​ພູດ​ອຍ ​ແລະ ​ເຂດຊົນ​ເຜົ່າ​ສ່ວນ​ໜ້ອຍ. ບັນດາ​ການ​ເຄື່ອນ​ໄຫວ​ໂຄສະນາ​ເຜີຍ​ແຜ່, ຂົນຂວາຍ​ມຸ່ງ​ໄປ​ສູ່ ຮາກຖານ​ຢ່າງ​ແຮງ, ມີ​ຜົນ​ສະທ້ອນ​ແຮງ​​ເຖິງ​ການ​ປະຕິບັດ​ບັນດາ​ນະ​ໂຍບາຍ ​ເພື່ອ​ແນ​ໃສ່​ພັດທະນາ​ເສດຖະກິດ-​ສັງຄົມ; ຮັບປະກັນ​​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມສະຫງົບ; ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ; ອະນຸລັກຮັກສາ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ຂອງ​ບັນດາ​ເຜົ່າ​ສ່ວນ​ໜ້ອຍ; ຕໍ່ສູ້, ຍູ້ຫຼັງ​ບັນດາ​ປະ​ເພນີ​ທີ່​ຫຼ້າ​ຫຼັງ​ໃຫ້​ຖອຍ​ໄປ; ກໍ່ສ້າງ​ຊົນນະບົດ​ໃໝ່ ​ແລະ ປະຕິບັດ​ຄາດໝາຍ​ສະ​ຫັດ​ສະ​ວັດຂອງ​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ການ​ລົບ​ລ້າງ​ຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ.

 

ຂ່າວ/ບົດ​ອື່ນ