ຍູ້​ໄວ​ການ​ປ່ອຍ​ເງິນ​ລົງ​ທຶນ​ພາກ​ລັດ ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ເຂດ​ອຸດ​ສາ​ຫະ​ກຳ

(VOVWORLD) -ກະຊວງແຜນການ ແລະ ການລົງທຶນ ໄດ້ວາງອອກບາງມາດຕະການເພື່ອພັດທະນາເຂດອຸດສາຫະກຳ, ເຂດເສດຖະກິດ, ໃນນັ້ນ ມີການປ່ຽນແປງໃໝ່ ແລະ ຫັນຮູບແບບເຂດອຸດສາຫະກຳ, ເຂດເສດຖະກິດເປັນຫຼາຍຮູບຫຼາຍແບບ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຢູ່ພາຍໃນປະເທດ ແລະ ການເຊື່ອມໂຍງເສດຖະກິດສາກົນ.
ຍູ້​ໄວ​ການ​ປ່ອຍ​ເງິນ​ລົງ​ທຶນ​ພາກ​ລັດ ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ເຂດ​ອຸດ​ສາ​ຫະ​ກຳ - ảnh 1ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ເຈິ່ນກວັກເຟືອງ (ພາບ:VOV)

ເວທີປາໄສ “ເຂດອຸດສາຫະກຳ ຫວຽດນາມ - 2022: ຂຸດຄົ້ນກະແສເງິນລົງທຶນໃໝ່” ໄດ້ດຳເນີນໃນວັນທີ 11 ສິງຫາ, ຢູ່ນະຄອນ ໂຮ່ຈີມິນ. ໄລຍະຜ່ານມາ, ກະຊວງແຜນການ ແລະ ການລົງທຶນ ໄດ້ວາງອອກບາງມາດຕະການເພື່ອພັດທະນາເຂດອຸດສາຫະກຳ, ເຂດເສດຖະກິດ, ໃນນັ້ນ ມີການປ່ຽນແປງໃໝ່ ແລະ ຫັນຮູບແບບເຂດອຸດສາຫະກຳ, ເຂດເສດຖະກິດເປັນຫຼາຍຮູບຫຼາຍແບບ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຢູ່ພາຍໃນປະເທດ ແລະ ການເຊື່ອມໂຍງເສດຖະກິດສາກົນ. ການປ່ຽນແປງໃໝ່ເຂດອຸດສາຫະກຳກັບຮູບພາບພັດທະນາ, ແບບວິທີຄຸ້ມຄອງທັນສະໄໝ, ຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງໃນເຂດອຸດສາຫະກຳ, ເຂດເສດຖະກິດເປັນພື້ນຖານ. ພ້ອມດຽວກັນນັ້ນ, ດຶງດູດການລົງທຶນເຂົ້າເຂດອຸດສາຫະກຳ, ເຂດເສດຖະກິດທີ່ມີການຄັດເລືອກ, ເໝາະສົມກັບຄວາມຮຽກຮ້ອງຕ້ອງການ, ກຳລັງຄວາມສາມາດຂອງການພັດທະນາຂອງທ້ອງຖິ່ນ, ຂອງເຂດ; ໃຫ້ບຸລິມະສິດໂຄງການລົງທຶນທີ່ໝູນໃຊ້ເຕັກໂນໂລຢີທັນສະໄໝ ແລະ ເຂົ້າຮ່ວມລະບົບມູນຄ່າທົ່ວໂລກ, ຮັບມືກັບການປະຕິວັດອຸດສາຫະກຳຄັ້ງທີ 4. ທ່ານ ຫງວຽນແອັງຕວັນ, ຮອງຫົວໜ້າກົມລົງທຶນຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໃຫ້ຮູ້ວ່າ:

        “ສຳລັບການພັດທະນາພື້ນຖານໂຄງລ່າງ, ປັດຈຸບັນ ກະຊວງແຜນການ ແລະ ການລົງທຶນ ໄດ້ເປັນເສນາທິການໃຫ້ແກ່ລັດຖະບານ ຍູ້ໄວການປ່ອຍເງິນລົງທຶນພາກລັດ. ຜ່ານນັ້ນ ຊ່ວຍໃຫ້ບັນດາໂຄງການປະຕິບັດສຳເລັດໂດຍໄວ. ຖ້າພວກເຮົາປະຕິບັດພື້ນຖານໂຄງລ່າງສຳເລັດໄວເທົ່າໃດ, ບັນດາໂຄງການໃໝ່, ກະແສລົງທຶນໃໝ່ ຍິ່ງຈະແຜ່ຂະຫຍາຍຫຼາຍເທົ່ານັ້ນ”.

ຕອບກັບ

ຂ່າວ/ບົດ​ອື່ນ