ຍູ້ໄວການປະຕິບັດການ ຊ່ວຍເຫຼືອບັນດາວິສາຫະກິດເພື່ອຮັບປະກັນການ ຜະລິດ, ດຳເນີນທຸລະກິດເປັນປົກກະຕິ

ຍູ້ໄວການປະຕິບັດການ ຊ່ວຍເຫຼືອບັນດາວິສາຫະກິດເພື່ອຮັບປະກັນການ ຜະລິດ, ດຳເນີນທຸລະກິດເປັນປົກກະຕິ - ảnh 1
(ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ)

(vovworld) – ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ຫາ​ກໍ່​ອອກ​ຄຳ​ສັ່ງ​ກ່ຽວ​ກັບ​ການ​ຍູ້​ໄວ​ການ​ປະຕິບັດ​ບັນດາ​ມາດ​ຕະການ ​​ແລະ ​​ແກ້​ໄຂ​ບັນດາ​ລະບຽບ​ການຊ່ວຍ​​ເຫຼືອ​ວິ​ສາ​ຫະກິດ​ຕ່າງໆ​ທີ່​ຖືກ​ເສຍ​ຫາຍ​ຢູ່​ບາງ​ທ້ອງ​ຖິ່ນ. ຄຳ​ສັ່ງ​ຊີ້​ແຈ້ງວ່າ: ມາ​ຮອດ​ປະຈຸ​ບັນ, ສະພາບ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ ຄວາມ​ປອດ​ໄພ​ທາງ​ສັງຄົມ​ຢູ່​ບັນດາ​ທ້ອງ​ຖິ່ນ​​ໄດ້​ຮັບ​ການ​ຮັບປະກັນ; ມີ​ວິ​ສາ​ຫະກິດ​ຫຼາຍ​ແຫ່ງ​ໄດ້​ກັບ​ຄືນ​ສູ່​ການ​ເຄື່ອນ​ໄຫວ​ເປັນ​ປົກກະຕິ. ​ເພື່ອ​ສືບ​ຕໍ່​ເຮັດ​ແຈ້ງ​ສະພາບ​ການ, ​ໄຈ້​ແຍກ​ບັນດາ​ບັນຫາ​ເພື່ອ​ດັດ​ແກ້ຖືກ​ຕາມ​ກົດໝາຍຢ່າງລະອຽດ ​ແລະ ບັນດາ​ຄຳ​ໝັ້ນ​ສັນຍາ​ສາກົນ, ຮັບປະກັນ​ຄວາມ​ເປັນ​ລະບຽບຮຽບຮ້ອຍ ​ແລະ ຟື້ນ​ຟູ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ, ທ່ານ​ນາຍົກລັດຖະມົນຕີຮຽກຮ້ອງ​ໃຫ້​ລັດຖະມົນຕີ, ຫົວໜ້າ​ບັນດາ​ອົງການ​ຂຶ້ນ​ກັບ​ລັດຖະບານ, ປະທານ​ຄະນະ​ກຳມະການ​ປະຊາຊົນບັນດາ​ແຂວງ, ນະຄອນ​ຂຶ້ນ​ກັບ​ສູນ​ກາງ ​ເພີ່ມ​ທະວີ​ການ​ຊີ້​ນຳ, ກວດກາ, ຊຸກຍູ້, ຮັບປະກັນ​ການຈັດ​ຕັ້ງ​ປະຕິບັດການຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ​ຊ່ວຍເຫຼືອ​ບັນດາ​ວິ​ສາ​ຫະກິດ​​ແກ້​ໄຂ​ຄວາມ​ເສຍ​ຫາຍ ​ເພື່ອ​ກັບ​ຄືນ​ສູ່​ການ​ຜະລິດ, ດຳ​ເນີນ​ທຸ​ລະກິດ​ເປັນ​ປົກກະຕິ.

        ທ່ານ​ນາຍົກລັດຖະມົນຕີ ຮຽກຮ້ອງ​ໃຫ້​ກະຊວງ​ຕຳຫຼວດ ສືບ​ຕໍ່​ສົມທົບ​ວຽກ​ງານໜູນ​ຊ່ວຍ​ບັນດາ​ທ້ອງຖິ່ນ​ກ່ຽວກັບ​ວຽກ​ງານຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຢູ່​ບໍລິ​ເວັນ​ແຂວງ, ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ບັນດາ​ເຂດ​ເສດຖະກິດ ​ແລະ ​ເຂດ​ອຸດສາຫະກຳ; ຊອກ​ຫາ ​ແລະ​ສົ່ງ​ຄືນ​ບັນດາ​ເຄື່ອງ​ອຸປະ​ກອນ​ຖືກ​ລັກ​​ເອົາໂດຍ​ໄວ; ​ເພີ່ມ​ທະວີ​ວຽກ​ງານ​ຕິດຕາມ​ກວດກາ ກຳ​ແໜ້ນ​ສະພາບ​ການ, ຄົ້ນພົບ, ສະກັດ​ກັ້ນຢ່າງ​ທັນ​ການ ບໍ່​ປະ​ໃຫ້​ເກີດ​ບັນດາ​ເຫດການ​ຄ້າຍ​ຄື​ກັນ​ອີກ.

ຂ່າວ/ບົດ​ອື່ນ