ຍູ້ໄວການສ້າງໂຄງປະກອບລັດວິສາຫະກິດຄືນໃຫມ່,ຍົກສູງກຳລັງແກ້ງແຍ້ງໃຫ້ແກ່ວິສາຫະກິດ

ຍູ້ໄວການສ້າງໂຄງປະກອບລັດວິສາຫະກິດຄືນໃຫມ່,ຍົກສູງກຳລັງແກ້ງແຍ້ງໃຫ້ແກ່ວິສາຫະກິດ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ
photo:baocongthuong.com.vn

(vovworld)- ​ ວັນ​ທີ 23/8, ​ເມື່ອ​ສະຫລຸບ​ກອງ​ປະຊຸມ​ກ່ຽວ​ກັບ​ການ​ສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ​ຄືນ​ໃຫມ່, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຊີ້​ແຈງ​ວ່າ: ບັນດາ​ກະຊວງ, ຂະ​ແຫນງ​ການ, ທ້ອງ​ຖິ່ນ, ກຸ່ມ​ວິ​ສາ​ຫະກິດ, ບໍລິສັດ​ໃຫຍ່​ແຫ່ງ​ລັດ ຄວນ​ສຸມ​ໃສ່​ຊີ້​ນຳ​ການ​ຍູ້​ແຮງ​ການ​ຜະລິດ​ດ​ຳ​ເນີນ​ທຸລະ​ກິດ ​ເພື່ອ​ບັນລຸ, ລື່ນ​ກາຍ​ຄາດໝາຍ​ທີ່​ວາງ​ອອກ​ຂອງ​ປີ 2014 ພ້ອມ​ທັງ ສ​້າງ​ໂຄງ​ປະກອບ​ວິ​ສາ​ຫະກິດ​ຢ່າງຮອບດ້ານ. ທ່ານ​ນາຍົກລັດຖະມົນຕີ ສະ​ເຫ​ນີບັນດາ​ກະຊວງ, ທ້ອງ​ຖິ່ນ, ກຸ່ມ​ວິ​ສາ​ຫະກິດ, ບໍລິສັດ​ໃຫຍ່​ແຫ່ງ​ລັດ ຕ້ອງ​ຕິດຕາມ​ຢ່າງ​​ໃກ້ຊິດ​ແຜນ​ຮ່າງ​ສ້າງ​ໂຄງ​ປະກອບ​ວິ​ສາ​ຫະກິ​ດຄືນ​ໃຫມ່, ວິທີ​ການ​ສັບຊ້ອນລັດ​ວິ​ສາ​ຫະກິດ​ຊື່​ງ​ທ່ານ​ນາຍົກລັດຖະມົນຕີ​ໄດ້​ເຊັນ​ອະນຸມັດ, ຊີ້​ນຳ​ຢ່າງ​ຂ້ຽວຂາດ. ​​ໃນ 7 ​ເດືອນ​ຜ່ານ​ມາ, ບັນດາ​ກະຊວງ, ຂະ​ແຫນງ​ການ, ທ້ອງ​ຖິ່ນ ​ແລະ ວິ​ສາ​ຫະກິດ ​ໄດ້​ປະຕິບັດ​ມະຕິ​ຂອງ​ພັກ, ສະພາ​ແຫ່ງ​ຊາດ ​ແລະ ການ​ຊີ້​ນຳ​ຂອງ​ທ່ານນາຍົກລັດຖະມົນຕີ ກ່ຽວ​ກັບ​ການ​ສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ​ຄືນ​ໃຫມ່​ຢ່າງ​ເຂັ້ມ​ງວດ, ບັນລຸ​ໝາກຜົນ​ຕັ້ງຫນ້າ. ມີ​ວິ​ສາ​ຫະກິດ 76 ​ແຫ່ງ​ໄດ້​ຮັບ​ການ​ສັບ​ຊ້ອນ​ສຳ​ເລັດ, ​ໃນ​ນັ້ນ ຫັນ​ວິ​ສາ​ຫະກິດ 55 ​ແຫ່ງ​ເປັນ​ຫຸ້ນ​ສ່ວນ.

 

 

ຂ່າວ/ບົດ​ອື່ນ