ຍູ້​ໄວ​ຄວາມ​ຄືບ​ໜ້າ​ເຈ​ລະ​ຈາ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ ອີ​ຣານ

(VOVWORLD) - ໃນວັນທີ 27 ເມສາ, ຜູ້ຕາງໜ້າບັນດາປະເທດ ອີຣານ, ອັງກິດ, ຈີນ, ຝລັ່ງ, ເຢຍລະມັນ ແລະ ລັດເຊຍ ໄດ້ດຳເນີນການເຈລະຈາຮອບທີ 3 ຢູ່ ວຽນ, ປະເທດ ໂອຕາລິດ ເພື່ອແນໃສ່ເປັນເອກະພາບກັນກ່ຽວກັບບັນດາບາດກ້າວເດີນທີ່ຈຳເປັນ ເພື່ອກອບກູ້ເອົາຂໍ້ຕົກລົງນິວເຄຼຍ ອີຣານ. 
ຍູ້​ໄວ​ຄວາມ​ຄືບ​ໜ້າ​ເຈ​ລະ​ຈາ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ ອີ​ຣານ - ảnh 1ການເຈລະຈາຮອບທີ 3 ໃນວັນທີ 27 ເມສາ (ພາບ: THX/TTXVN)

ທ່ານ Mikhail Ulyanov ເອກອັກຄະລັດຖະທູດ ລັດເຊຍ ປະຈຳ ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ: ບັນດາຝ່າຍ ໄດ້ເຫັນດີຍູ້ໄວບັນດາຄວາມມານະພະຍາຍາມ ເພື່ອນຳ ອາເມລິກາ ແລະ ອີຣານ ກັບຄືນສູ່ການປະຕິບັດບັນດາເນື້ອໃນຂໍ້ຕົກລົງນິວເຄຼຍ ທີ່ໄດ້ລົງນາມເມື່ອປີ 2015 ຫຼື ແຜນການດຳເນີນງານຮ່ວມຮອບດ້ານ (JCPOA).  ແຈ້ງການທາງສື່ສັງຄົມອອນລາຍ Twitter ພາຍຫຼັງການພົບປະ, ທ່ານ ເອກອັກຄະລັດຖະທູດ ລັດເຊຍ Mikhail Ulyanov ໃຫ້ຮູ້ວ່າ: ວິວັດການປຶກສາຫາລືໄດ້ຊີ້ໃຫ້ເຫັນວ່າ ບັນດາຝ່າຍທີ່ກ່ຽວຂ້ອງມີທັດສະນະມຸ່ງໄປເຖິງການຟື້ນຟູຂໍ້ຕົກລົງນິວເຄຼຍໃຫ້ຄົບຖ້ວນຄືໃນເບື້ອງຕົ້ນ”.


ຕອບກັບ

ຂ່າວ/ບົດ​ອື່ນ