ຍູ້ໄວວິວັດການສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່


ຍູ້ໄວວິວັດການສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່ - ảnh 1
(ພາບປະກອບ)

(vovworld) – ​ມາດ​ຕະການ​ເພື່ອ​ສ້າງ​ໂຄງ​ປະກອບ​ພື້ນຖານ​ກະສິກຳ ຫວຽດນາມ ຄືນ​ໃໝ່​ຢ່າງ​ວ່ອງ​ໄວ, ດັດ​ປັບມາດຖານ​ກໍ່ສ້າງ​ຊົນນະບົດ​​ໃໝ່ ​ແມ່ນ​ບັນດາ​ບັນຫາ​​ເຊິ່ງ​ສະມາຊິກ​ສະ​ພາ​ແຫ່ງ​ຊາດ​​ໄດ້ໄຈ້​ແຍກ, ປຶກສາ​ຫາລື​ຢ່າງ​ລະອຽດ​ຢູ່​ວາລະ​ປຶກສາ​ຫາລື​ໃນ​ວັນ​ທີ 04/11 ກ່ຽວ​ກັບ​ໝາກຜົນ​ແຫ່ງ​ການຕິດຕາມ​ກວດກາ “ການ​ປະຕິບັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ ກໍ່ສ້າງ​ຊົນນະບົດ​ໃໝ່​ໄລຍະ 1 ຕິດ​ພັນ​ກັບ​ການ​ສ້າງ​ໂຄງ​ປະກອບ​ຂະ​ແໜງ​ກະສິກຳ​ຄືນ​ໃໝ່.”

        ທ່ານ ຫງວຽນ​ຕ໋ວາ​ແອ​ງ, ສສຊ ​ແຂວງ ບີ​ງ​ເຟື໋ອກ ຍົກ​ອອກ​​ບັນ​ຫາ​​ຕົ້ນຕໍ​ທີ່ມີ​ຄວາມ​ສຳຄັນ​ແຖວ​ໜ້າ​ໃນ​ພາລະກິດ​ສ​້າງ​ໂຄງ​ປະກອບ​ຄືນ​ໃໝ່ ​ແລະ ປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ​ໃນ​ໄລຍະ​ໃໝ່. ທ່ານ​ເນັ້ນ​ໜັກ​ເຖິງ​ສິ່ງ​ທ້າ​ທາ​ຍອັນ​ໃຫຍ່​ຫລວງ ​​ເມື່ອ​ບັນດາ​ທ້ອງ​ຖິ່ນ​ຍັງ​ປະສົບ​ກັບ​ຄວາມທຸກຍາກ ​ແມ່ນຈະ​ຕ້ອງອີງໃສ່​ແຫຼ່ງການ​ເງິນ​ໃດ ​ແລະ ກຳລັງໃດ ທີ່ມີ​ກຳລັງ​ແຮງ​ຢ່າງ​ພຽງ​ພໍ ​ເພື່ອ​ຫັນປ່ຽນ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ໂດຍ​ໄວ. ທ່ານ ຫງວຽນ​ຕ໋ວນ​ແອງ ສະ​ເໜີ​ວ່າ

        “ລັດຖະບານ​ຄວນ​ໜູນ​ຊ່ວຍ​ທ້ອງ​ຖີ່​ນຕ່າງໆ, ພິ​ເສດ​ແມ່ນ​ບັນດາ​ທ້ອງ​ຖີ່​ນບໍ່​ທັນ​ພັດທະນາ, ​ແລະປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ການ​ສ້າງ​ແຜນ​ຮ່າງ​ສ້າງ​ໂຄງ​ປະກອບ​ຄືນ​ໃໝ່​ໃຫ້​ເໝາະ​ສົມ​ກັບ​ສະພາບ​ຕົວ​ຈິງ​ຂອງ​ທ້ອງ​ຖີ່​ນ. ພ້ອມ​ກັນ​ນັ້ນ, ທ້ອງ​ຖີ່​ນຕ່າງໆ​ຄວນ​ມີ​ການ​ສົມທົບກັນ​ກັບ​ບັນດາ​ນັກ​ຊ່ຽວຊານ ໃນ​ລະດັບ​ສູງ​ສຸດ​ ​ເພື່ອ​ເປັນ​ເຈົ້າ​ການ​ໃນ​ການ​ກໍ່ສ້າງ​ແຜນ​ຮ່າງ​ສ້າງ​ໂຄງ​ປະກອບ​ຄືນ​ໃໝ່​. ການ​ສົມທົບ​ນີ້​ຈະ​ຮັບປະກັນ​ລັກສະ​ນະ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ການ​ສ້າງ​ໂຄງ​ປະກອບ​ຂະ​ແໜງ​ກະສິກຳ​ໃນ​ການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ທົ່ວ​ປະ​ເທດ, ຊ່ວຍ​ໃຫ້​ແຜນ​ຮ່າງ​ສ້າງ​​ໂຄງ​ປະກອບ​ຂະ​ແໜງ​ກະສິກຳ​ມີ​ຄວາມ​ເໝາະ​ສົມ​ກັ ບ​ເງື່ອນ​ໄຂ, ຈຸດ​ພິ​ເສດ​ຂອງ​ທ້ອງ​ຖີ່​ນ, ​ເສີມ​ຂະຫຍາຍ​ທ່າ​ສະດວກ ​ແລະ ຂໍ້​ລິ​ເລີ່​ມຂອງ​ທ້ອງ​ຖີ່​ນ”.

        ​ເອົາ​ໃຈ​ໃສ່​ເຖິງ​ການ​ປະຕິບັດ​ປະມວນ​ມາດຖານ​ກ່ຽວ​ກັບ​ຊົນນະບົດ​ໃໝ່, ທ່ານ ລ້າຍ​ຊວນ​ໂມນ, ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ​ ບາກ​ລຽວ ສະ​ເໜີ

        “ລັດຖະບານ​ຄວນ​ສຸມ​ໃສ່​ກວດກາ​ຄືນ​ບັນດາ​ຄາດໝາຍ​ກໍ່ສ້າງ​ຊົນນະບົດ​ໃໝ່​ໃຫ້​ເໝາະ​ສົມ, ສາມາດ​ເປັນ​ໄປ​ໄດ້. ຕາມ​ນັ້ນ​ແລ້ວ, ຄວນ​ແບ່ງ​ເປັນ​ສອງ​ມາດຖານ: ​ແຂງ ​ແລະ ອ່ອນ. ສຳລັບ​ມາດຖານ​ແຂງ, ​​ແມ່ນ​ເປັນ​ເອກະ​ພາບ​ໃນ​ທົ່ວ​ປະ​ເທດ​ເພື່ອ​ໃຫ້​ທ້ອງ​ຖີ່​ນຕ່າງໆ​ປະຕິບັດ. ສ່ວນ​ມາດຖານ​ອ່ອນ​ແມ່ນ​ຈຳ​ເປັນ​ຕ້ອງ​ສ້າງ​ໂດຍ​ອີງ​ຕາມ​ການ​ປັບປຸງ, ​ເສີມ​ຂະຫຍາຍ​ລັກສະນະ​ເປັນ​ເຈົ້າ​ການ, ​ແລະ ອີງ​ໃສ່​ຕາມ​ເງື່ອນ​ໄຂ​ຂອງ​ແຕ່ລະ​ທ້ອງ​ຖີ່​ນ“.

ອະພິປາຍ​ຕໍ່​ສະພາ​ແຫ່ງ​ຊາດ ກ່ຽວ​ກັບ​ບັນດາ​ບັນຫາ​ເຊິ່ງ ສະມາຊິກ​ສະພາ​ແຫ່ງ​ຊາດ​ເອົາ​ໃຈ​ໃສ່, ທ່ານ ຫງວຽນ​ຊວນ​ເກື່ອງ, ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ, ​ໃຫ້​ຮູ້​ວ່າ:

“​ເພື່ອ​ກໍ່ສ້າງ​ຊົນນະບົດ​ໃໝ່​ຕິດ​ພັນ​ກັບ​ການ​ສ້າງ​ໂຄງ​ປະກອບ​ກະສິກຳ​ຕ້ອງ​ຕິດ​ພັນ​ກັບ​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຢ່າງ​ແໜ້ນ​ແຟ້ນ. ນີ້​ກໍ່​ແມ່ນ​ເນື້ອ​ໃນ​ຕົ້ນຕໍ​ຂອງ​ການ​ຫັນກະສິກຳ​ເປັນ​ອຸດສາຫະກຳ , ດັ່ງ​ນັ້ນ​ຕ້ອງ​ສຸມ​ທຸກ​ກຳລັງ​ເພື່ອ​ໜູນ​ຊ່ວຍ​ຂົງ​ເຂດ​ນີ້. ກໍ່ສ້າງ​ຊົນນະບົດ​ໃໝ່​ຕິດ​ພັນ​ກັບ​ການ​ສ້າງ​ໂຄງ​ປະກອບ​ກະສິກຳ​ ​ແມ່ນ​ລາຍການ​ຕ້ອງ​ປະຕິບັດ​ຢ່າງ​ລຽນຕິດ, ​ແກ່ຍາວ, ດັ່ງ​ນັ້ນ​ຕ້ອງ​ມີ​ມາດ​ຕະການ​ຢ່າງ​ເໝາະ​ສົມ​ກັບ​ແຕ່ລະ​ໄລຍະ. ຮອດ​ເວລາ​ແລ້ວ​ທີ່​ຕ້ອງ​ຮັບ​ຮູ້​ກະສິກຳ​ຊົນນະບົດ​ແມ່ນ​ພາກສ່ວນ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ, ດັ່ງ​ນັ້ນ​ສະ​ເໜີ​ຕ້ອງ​ມີ​ການ​ລົງທຶນ​ຢ່າງ​ເໝາະ​ສົມ​ໃຫ້​ຂົງ​ເຂດ​ນີ້“.

ທ່ານ ຫງວຽນ​ຊວນ​ເກື່ອງ ກໍ່​ໃຫ້​ຮູ້​ວ່າ, ​ເຖິງ​ວ່າ​ແຫຼ່ງ​ເງິນ​ທີ່​ລົງທຶນ​ໃຫ້​ໄລຍະ​ກາງ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ກໍ່ຕາມ, ​ແຕ່​ລັດຖະບານ ຫວຽດນາມ ຍັງ​ຄົງ​ຕັດສິນ​ຮັກສາ​ລະດັບ​ລົງທຶນ​ໃຫ້​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໄວ້​ຄື​ເກົ່າ.

ຂ່າວ/ບົດ​ອື່ນ