ຍູ້​ໄວ​ວິ​ວັດ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ຢູ່ ຫວຽດ​ນາມ ໃນ​ລະ​ບົບ​ອິນ​ເຕ​ີ​ເນັດ 5G ແລະ Bandwidth

(VOVWORLD) - “ຍູ້ໄວວິວັດການຫັນເປັນດີຈີຕອນຢູ່ ຫວຽດນາມ ໃນລະບົບອິນເຕີເນັດ 5G ແລະ Bandwidth”. ເນື້ອໃນດັ່ງກ່າວ ໄດ້ຍົກອອກມາໃນເວທີປາໄສດ້ວຍຫົວຂໍ້: “ອະນາຄົດຍຸດທະສາດທະນາຄານດີຈີຕອນ ຢູ່ ຫວຽດນາມ” ໂດຍສະຖາບັນຍຸດທະສາດເຄື່ອງໝາຍການຄ້າ ແລະ ການແກ້ງແຍ້ງ ຈັດຕັ້ງຂຶ້ນໃນວັນທີ 25 ມີນາ ຢູ່ຮ່າໂນ້ຍ.
ຍູ້​ໄວ​ວິ​ວັດ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ຢູ່ ຫວຽດ​ນາມ ໃນ​ລະ​ບົບ​ອິນ​ເຕ​ີ​ເນັດ 5G ແລະ Bandwidth - ảnh 1ເວທີປາໄສດ້ວຍຫົວຂໍ້: “ອະນາຄົດຍຸດທະສາດທະນາຄານດີຈີຕອນ ຢູ່ ຫວຽດນາມ”  (ພາບ:VGP)

ຕາມທ່ານນາງ ຫງວຽນຖຸ່ຍເຢືອງ, ຮອງຫົວໜ້າສະໂມສອນ Fintech, ສະຫະສະມາຄົມທະນາຄານ ແລ້ວ, ປັດຈຸບັນ ມີ 42% ອົງການສິນເຊື່ອ ພວມສ້າງຍຸດທະສາດຫັນເປັນດີຈີຕອນ; 28% ໄດ້ ແລະ ກຳລັງປະຕິບັດການຜັນຂະຫຍາຍຫັນເປັນດີຈີຕອນສະສົມກັບຍຸດທະສາດດຳເນີນທຸລະກິດ ແລະ 11% ໄດ້ຮັບການອະນຸມັດຜ່ານ ແລະ ພວມຜັນຂະຫຍາຍຍຸດທະສາດຫັນເປັນດີຈີຕອນຕ່າງຫາກ.

        ການຫັນເປັນດີຈີຕອນໃນທະນາຄານ ຈະສ້າງບາດກ້າວບຸກທະລຸໃຫ້ແກ່ຂະແໜງການບໍລິການການເງິນຂອງ ຫວຽດນາມ. ໃນເວທີປາໄສ, ບັນດາຜູ້ແທນຖືວ່າ ຄວນຫັນຊ່ອງທາງຈຳໜ່າຍ ແລະ ຜະລິດຕະພັນແບບເກົ່າເປັນດີຈີຕອນ, ພ້ອມກັນນັ້ນ ສ້າງຮູບແບບທະນາຄານດີຈີຕອນສະເພາະແກ່ກຸ່ມລູກຄ້າໃໝ່, ຜະລິດຕະພັນດີຈີຕອນ ແລະ ເຄື່ອງໝາຍດີຈີຕອນໃໝ່

ຕອບກັບ

ຂ່າວ/ບົດ​ອື່ນ