ດັກນົງ ຄວນສຸມໃສ່ຍູ້ແຮງການປະຕິຮູບດ້ານບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ

 ດັກນົງ ຄວນສຸມໃສ່ຍູ້ແຮງການປະຕິຮູບດ້ານບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຜູ້​ປະຈຳ​ລັດ​ຖະບານ
ຫວຽດນາມ ​ເຈືອງ​ຮ່ວາ​ບີ​ງ  ​ເຮັດ​ວຽກ​ຢູ່​ແຂວງ ດັກ​ນົງ

(vovworld) – ​​ ​ໂດຍ​ສືບ​ຕໍ່​ການ​ປະຕິບັດ​ງານ​ຢູ່​ບັນດາ​ແຂວງ ​ໄຕ​ງວຽນ, ວັນ​ທີ 01/01 ທ່ານ​ຮອງ​ນາຍົກລັດຖະມົນຕີ ຜູ້​ປະຈຳ​ລັດ​ຖະບານ ຫວຽດນາມ ​ເຈືອງ​ຮ່ວາ​ບີ​ງ ພ້ອມ​ດ້ວຍ​ຄະນະ​ປະຕິບັດ​ງານ​ຂອງ​ລັດຖະບານ ​ໄດ້ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ດັກ​ນົງ ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ວຽກ​ງານ​ພາຍ​ໃນ, ຮັບປະກັນ​ການປ້ອງ​ກັນຊາດ, ປ້ອງ​ກັນ​ຄວາມ​ສະຫງົບ​ປີ 2016; ໜ້າ​ທີ່, ມາດ​ຕະການ​ພັດທະນາ​ປີ 2017. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເຈືອງ​ຮ່ວາ​ບີ​ງ ​ເນັ້ນ​ໜັກ​ວ່າ ດັກ​ນົງ ​ແມ່ນ​ແຂວງເຊື່ອ​ມ ຕໍ່ ​ໄຕ​ງວຽນ ກັບ​ເຂດ​ເສດຖະກິດ​ພາກ​ໃຕ້, ມີ​ທີ່​ດິນ, ອາກາດທີ່​ດີ, ມີ​ຊັບພະຍາກອນ​ໂລຫະ​ທີ່​ອຸດົມ​ຮັ່ງມີ, ດັ່ງ​ນັ້ນຈຶ່ງ​ມີ​ເງື່ອນ​ໄຂ​ສະດວກຫລາຍ​ຢ່າງ ​ເພື່ອ​ພັດທະນາ​ເສດຖະກິດ. ​ແຂວງ​ຄວນ​ສືບ​ຕໍ່​ຜັນ​ຂະຫຍາຍ​ແຜນການ​ດຳ​ເນີນ​ງານ​ຂອງ​ແຂວງ​ ປະຕິບັດ​ບັນ​ດາ​ມະຕິ​ຂອງ​ລັດຖະບານ ກ່ຽວ​ກັບ​ການ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນດຳ​ເນີນ​ທຸລະ​ກິດ, ຍົກ​ສູງ​ກຳລັງ​ແກ່ງ​ແຍ້​ງ, ໜູນ​ຊ່ວຍການ​ພັດທະນາ​ວິ​ສາ​ຫະກິດ. ພ້ອມ​ກັນ​ນັ້ນ ດັກ​ນົງ ຄວນ​ແກ້​ໄຂ​ບັນດາ​ບັນຫາ​ສັງຄົມ​ເປັນ​ຢ່າງ​ດີ ພິ​ເສດ​ແມ່ນ​ການ​ກໍ່ສ້າງ​ອາຊີບ, ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ, ພັດທະນາ​ສາທາລະນະ​ສຸກ, ການ​ສຶກສາ.

        ​ເນ​ື່ອງ​ໃນ​ໂອກາດ​ນີ້, ທ່ານ​ຮອງ​ນາຍ​ົກລັດຖະມົນຕີ ​ເຈືອງ​ຮ່ວາ​ບີ​ງ ພ້ອມ​ດ້ວຍ​ຄະນະ​ປະຕິບັດ​ງານ​ຂອງລັດຖະບານ​ໄດ້​ລົງ​ຢ້ຽມຢາມ ​ແລະ ອວຍພອນ​ບຸນ​ເຕັດ​ພະນັກງານ, ນັກຮົບ​ປ້ອມ​ປ້ອງ​ກັນ​ຊາຍ​ແດນ ດ່ານ​ຊາຍ​ແດນ ທ້ວນອານ ​ແລະ ດັກ​ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ